
ພະແນກຕໍາຫຼວດປ້ອງກັນເສດຖະກິດຫ້ອງຕໍາຫຼວດ ປກສ ນວ ໄດ້ສົມທົບກັບພະແນກອຸດສາຫະກຳການຄ້ານະຄອນຫຼວງວຽງຈັນ ໄດ້ທໍາລາຍສິນຄ້າຫ້າມນໍາເຂົ້າທີ່ບໍ່ຖືກຕ້ອງ
( ປະເພດອາຫານທະເລແຊ່ແຂງ )ລວມນໍ້າໜັກທັງໝົດ 730 ກິໂລກຣາມ, ຢູ່ສູນບໍາບັດຂີ້ເຫຍື້ອຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໃນວັນທີ 9 ມີນາ 2021 ໂດຍມີພັຕ ຄໍາເບົ້າ ປີວແກ້ວປະເສີດ ຮອງຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ພ້ອມພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນການທໍາລາຍຄັ້ງນີ້, ພັຕ ຄໍາເບົ້າ ປີວແກ້ວປະເສີດ ໄດ້ໃຫ້ຮູ້ວ່າ: ໃນເວລາ 03:00ໂມງ ຂອງວັນທີ 7ມີນາ 2021 ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າມີລົດຕູ້ໂຕໂຢຕ້າສີປອນເງິນ ໝາຍເລກທະບຽນ ກຂ 1239 ຈໍາປາສັກ ໄດ້ແກ່ສິນຄ້າປະເພດອາຫານທະເລແຊ່ແຂງ ມາຈາກປະເທດເພື່ອນບ້ານ ໂດຍການນໍາເຂົ້າບໍ່ຖືກຕ້ອງມາທາງເຮືອຫາງຍາວ ເຂດບ້ານສໍາພັນນາ ເມືອງສັງທອງ ນະຄອນຫຼວງວຽງຈັນ.
ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ຈຶ່ງໄດ້ອອກຕິດຕາມກວດກາຈຶ່ງພົບເຫັນລົດຄັນດັ່ງກ່າວມຸ່ງໜ້າໄປທາງບ້ານສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜ່ານການກວດກາຂອງເຈົ້າໜ້າທີ່ຈຶ່ງພົບເຫັນສິນຄ້າປະເພດອາຫານທະເລແຊ່ແຂງຄື: ກຸ້ງຈໍານວນ 23 ແກັດນໍ້າໜັກ 460 ກິໂລກຣາມ, ປາແຊວມອນ ຈໍານວນ 12 ແກັດນໍ້າໜັກ 72 ກິໂລກຣາມ,ຫອຍແຄງຈໍານວນ 3 ເປົານໍ້າໜັກ150 ກິໂລກຣາມ ລວມນໍ້າໜັກທັງໝົດ 730 ກິໂລກຣາມ ທີ່ລະເມີດລະບຽບການກ່ຽວກັບລະບອບພາສີອາກອນຂອງລັດ ຕາມປະມວນກົດໝາຍອາຍາມາດຕາ 294 ທີ່ກໍານົດໄວ້ວ່າ: ການລັກລອບນໍາເຂົ້າ, ສົ່ງອອກຫຼື ນໍາພືດ, ຜະລິດຕະພັນພືດ ຫຼື ວັດຖຸ ຕ້ອງຄວບຄຸມຜ່ານ ສ ປປລາວ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ລະເມີດຕໍ່ແຈ້ງການຂອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍການຫ້າມນໍາເຂົ້າອາຫານທະເລຊົ່ວຄາວ ສະບັບເລກທີ 23 ທັນວາ 2020
ສະນັ້ນເພື່ອຮັບປະກັນບໍ່ໃຫ້ສິນຄ້າດັ່ງກ່າວຖືກຈໍາໜ່າຍເຊິ່ງຈະເຮັດໃຫ້ມີຄວາມສ່ຽງຕໍ່ການຕິດພະຍາດໂຄວິດ19 ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ຢຶດລົດ ແລະ ນໍາສິນຄ້າດັ່ງກ່າວມາທໍາລາຍຖິ້ມ.
ຕໍ່ກັບເຈົ້າຂອງລົດ ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະ ປັບໃໝຕາມລະບຽບກົດໝາຍ.