ອາຍຸເປັນພຽງຕົວເລກ ເມື່ອໜຸ່ມອາຍຸ 37 ແຫ່ຂັນໝາກຂໍເຈົ້າສາວອາຍຸ 73ປີ

ເປັນອີກເລື່ອງລາວທີ່ສັງຄົມຊາວເນັດຮືຮາກັນຫຼາຍ ເມື່ອມີຜູ້ສື່ຂ່າວກໍາປູເຈຍ ອອກມາລາຍງານຂໍ້ມູນໃຫ້ຮູ້ກ່ຽ%ກັບເລື່ອງໜ້າຍິນດີນີ້ ເມື່ອຊາຍໜຸ່ມໄວ 37ປີ ແຫ່ຂັນໝາກໄປສູ່ຂໍແຟນສາວທີ່ອາຍຸຫ່າງກັນທົບເຄິ່ງ ແຕ່ທີ່ແອັດສັງເກດເຫັນໄດ້ຄືເຈົ້າສາວໄວ 73ນັ້ນ ໜ້າຄາຜິວພັນຍັງຜ່ອງໃສສວຍງາມຢູ່.


ໂດຍຜູ້ສືຂ່າວປະເທດກໍາປູເຈຍ ໃຫ້ຮູ້ວ່າ: ມີສາວສູງໄວ ອາຍຸ 73ປີ ທ່ານໜຶ່ງ ພົບຮັກກັບໜຸ່ມໄວ 37ປີ ຈາກນັ້ນ ທັງສອງກໍ່ຕົກລົງປົງໃຈແຕ່ງດອງກັນ, ເລື່ອງດັ່ງກ່າວ ເອີ້ນໄດ້ວ່າເປັນເລື່ອງລາວທີ່ໜ້າຮັກ ເຖິງແມ່ນຈະເບິ່ງເປັນເລື່ອງທີ່ເປັນໄປໄດ້ຍາກທີ່ໜຸ່ມນ້ອຍຈະມາຮັກກັບສາວເຖົ້າ ແຕ່ເລື່ອງນີ້ພິສູດແລ້ວວ່າ ອາຍຸເປັນພຽງຕົວເລກເທົ່ານັ້ນ ບໍ່ວ່າຈະອາຍຸ, ສ່ວນສູງ ຮູບຮ່າງ ຫຼື ສິ່ງໃດໆກໍ່ແລ້ວແຕ່ມັນບໍ່ແມ່ນອຸປະສັກຂອງຄວາມຮັກເລີຍຫາກມທັງສອງຄົນຮັກກັນຫຼາຍພໍ.


ທັ້ງນີ້, ຫັງຈາກພາບງານດອງຂອງທັງສອງຄົນຖືກເຜີຍແຜ່ອອກໄປ ກໍ່ມີຊາວເນັດເຂົ້າມາສະແດງຄວາມຍິນດີກັນລົ້ນຫຼາມ ແມ້ບາງຄົນຈະບໍ່ເຊື່ອວ່າເລື່ອງນີ້ເກີດຈາກຄວາມຮັກກໍ່ຕາມ, ບາງຄົນກໍ່ເປັນຫ່ວງຄວາມຮູ້ສຶກຂອງເຈົ້າສາວ ຢ້ານຖືກຕວົະ ແຕ່ແນວໃດກໍ່ຕາມ ເວລາຈະເປັນເຄື່ອງພິສູດທຸກຢ່າງ.


ແນວໃດກໍ່ຕາມ ໃນປະເທດກໍາປູເຈຍ ແມ່ນມັກເກີດມີເຫດການແບບນີ້ເກີດຂຶ້ນຕະຫຼອດນັ້ນ ຊາວກໍາປູເຈຍ ເຜີຍວ່າ ຍ້ອນຄົນກໍາປູເຈຍ ເປັນສັງຄົມວົງແຄບ ຜູ້ຄົນໃນໝູ່ບ້ານຕ່າງໆ ບໍ່ຄ່ອຍມີໂອກາດໄດ້ໄປພົບປະກັບຜູ້ຄົນພາຍນອກຫຼາຍ ເຮັດໃຫ້ຫຼາຍຄົນຕັດສິນໃຈແຕ່ງດອງໄດ້ງ່າຍ ບວກກັບອາຍຸທີ່ຫຼາຍຂຶ້ນ ກໍ່ບໍ່ມີໃຜຢາກຢູ່ໂສດໄປດົນໆອີກ.

 

Author: PP

Leave a Reply

Your email address will not be published. Required fields are marked *