
ບໍ່ໜ້າເຊື່ອ ຄໍໜຽງກິນເລືອດເຊົາໄດ້ພາຍໃນ 3-4 ເດືອນດ້ວຍການດື່ມນ້ຳຢານາງ ມີຜູ້ປ່ວຍເປັນຄໍໜຽງກິນເລືອດໄດ້ເລົ່າວ່າ: ເຮັດຕາມຄຳແນະນຳນີ້ຄ່າໄທຣອຍຈະຫຼຸດລົງ 50%
ພາຍໃນ 2 ອາທິດ ຫຼື ເຊົາດີເປັນປົກກະຕິໃນ 3-4 ເດືອນ ແຕ່ຕ້ອງກິນນ້ຳຢານາງໄປຕະຫຼອດເພື່ອສ້າງຄວາມສົມດູນໃນຮ່າງກາຍ ຮັກສາໄດ້ດ້ວຍທຳມະຊາດຍຳບັດ
ທາງການແພດບູຮານຕຳລາຈີນ ແລະ ໄທ ກ່າວໃວ້ວ່າຄໍໜຽງກິນເລືອດເກີດຈາກການກີນທີ່ບໍ່ສົມດູນ ກິນອາຫານທີ່ມີລົດຮ້ອນຫຼາຍກວ່າເຢັນ ຈະເຮັດໃຫ້ພາຍໃນຮ່າງກາຍຮ້ອນເກີນໄປ
ຈົນເຮັດໃຫ້ການເຮັດວຽກຂອງຕ່ອມໄທຣອຍຜິດປົກກະຕິ
ຜັກ ແລະ ໜາກໄມ້ທີ່ມີສານຮ້ອນໃນເຊັ່ນ: ກະລ່ຳ ,ຫົວຫອມແດງໃຫຍ່,ແຄຣອດສີສົ້ມ,ໝາກຖົ່ວຍາວ,ກະທຽມ,ໝາກອຶ,ຫົວສີໄຄ,ຫົວຄ່າ,ຫົວຂີງ,ໝາກເພັດ,ໝາກຖົ່ວລຽນ,ໝາກສີດາ
ໝາກລຳໄຍ ແລະອື່ນໆ
ສະນັ້ນຄວນຫຼິກລຽງ ແລະສຳລັບໃຜທີ່ເປັນຄໍໜຽງກິນເລືອດກໍ່ລອງໃຊ້ສູດນີ້ເບີ່ງ ດື່ມນ້ຳຢານາງຫາຍດີເປັນປົກກະຕິ
ວີທີເຮັດ: ເອົາໃບຢານາງມາຕຳ ຫຼື ບົດກໍ່ໄດ້ ເພື່ອປັ່ນເອົານ້ຳສົດໆຈາກໃບຢານາງ ແລ້ວເອົາມາຕົ້ມໃຫ້ຟົດປະໃວ້ໃຫ້ເຢັນແລ້ວດື່ມຕິດຕໍ່ກັນທຸກຈົນກວ່າຈະເຊົາດີເປັນປົກກະຕິ ລອງໄປເຮັດເບີ່ງ