
ສູດເຄື່ອງດື່ມຊ່ວຍກຳຈັດຫນີ່ວໃນພົກງ້ຽວເຮັດງ່າຍດື່ມກໍ່ງ່າຍຫນີ່ວຖືກລະລາຍໝົດ
+ ສ່ວນປະສົມ
– ນໍ້າສະອາດ ½ ລິດ.
– ໝາກຜຸກ 1 ໜ່ວຍ.
– ໝາກແຕງ 1 ໜ່ວຍ
– ແຄລ໋ອດຂະໜາດໃຫຍ່ 1 ຫົວ
– ຂີງ 2 ຫົວ
– ໃບຫອມລາບ 5 ຍອດ.
+ ວິທີການເຮັດ
– ຊອຍໝາກຜຸກ, ແຄລ໋ອດ ແລະ ໝາກແຕງເປັນຕ່ອນ ຈາກນັ້ນນຳໄປປັ່ນຕື່ມນໍ້າ ແລະ ຂີງ ເລີ່ມປັ້ນອີກເທື່ອໜຶ່ງ ແລະ ຕື່ມໃບຫອມລາບ ປັ່ນໃຫ້ມຸ້ນອີກເທື່ອສຸດທ້າຍ.
– ດື່ມ 2 ຄັ້ງຕໍ່ມື້ ໃນຕອນເຊົ້າຂະນະທ້ອງວ່າງ ແລະ ກ່ອນອາຫານຕອນສວຍ
– ແຄລ໋ອດ ເປັນພືດທີ່ມີລົດຊາດແຊບຊຶ່ງເຕັມໄປດ້ວຍໄຍອາຫານສານຕ້ານອະນຸມູນອິດສະຫຼະ ແລະ ເບຕ້າແຄໂຣທີນທີ່ຮ່າງກາຍຈະປ່ຽນເປັນວິຕາມິນເອ ນອກຈາກນີ້ແຄລ໋ອດຍັງຊ່ວຍກະຕຸ້ນລະບົບຍ່ອຍອາຫານຂອງເຮົາໄດ້ດີອີກດ້ວຍ
– ໝາກຜຸກ ເປັນໝາກໄມ້ທີ່ນິຍົມກິນຫຼາຍທີ່ສຸດມັນມີຄວາມສຳຄັນໃນການທຳຄວາມສະອາດຮ່າງກາຍ ນອກຈາກນີ້ໝາກຜຸກຍັງອຸດົມໄປດ້ວຍວິຕາມິນຊີທີ່ລະລາຍໃນໄຂມັນ ແລະ ຖືກປ່ຽນໃຫ້ເປັນພະລັງງານໃຫ້ຮ່າງກາຍໄດ້ນຳໄປໃຊ້ງານຕໍ່ໄປ
– ໝາກແຕ່ງ ອຸດົມໄປດ້ວຍເສັ້ນໄຍໝາກແຕ່ງເພີ່ມຄວາມຮູ້ສຶກອີ່ມໄດ້ງ່າຍ ແລະ ເປັນຢາຂັບປັດສະວະທີ່ໄດ້ຈາກທຳມະຊາດທີ່ເຮັດໃຫ້ຮ່າງກາຍເຮັດວຽກເປັນໄປຢ່າງມີລະບົບ ຊ່ວຍບໍ່ໃຫ້ທ້ອງອືດ ແລະ ທຳຄວາມສະອາດສານພິດອອກຈາກຮ່າງການ.
– ໃບຫອມລາບ ຈະຊ່ວຍກະຕຸ້ນ ແລະ ຄວບຄຸມການຍ່ອຍອາຫານ ແລະ ເຮັດໃຫ້ກະເພາະອາກຫານເຮັດວຽກຢ່າງມີລະບົບ