
1. ຄົນທີ່ເກີດວັນອາທິດ
+ ດ້ານການງານ ມີເກນ ເລື່ອງທີ່ໜັກໃຈຢູ່ ກຳລັງຈະຄີຄາຍໃນທາງທີ່ດີຂືນ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າດີ ຖ້າເຮັດວຽກເສີມ, ສ່ວນລາຍຈ່າຍໄປພ້ອມ
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ບໍ່ເຂົ້າໃຈກັນໃນບາງຄັ້ງຄາວ, ສ່ວນຄົນໂສດ ມິໂອກາດຈະໄດ້ເລີ່ມຮູ້ຈັກກັບໃຜບາງຄົນ.
2. ຄົນທີ່ເກີດວັນຈັນ
+ ດ້ານການງານ ມີເກນ ເຮັດວຽກຫນັກ ອິດເມື່ອຍພໍສົມຄວນ ແຕ່ສຸດທ້າຍຜົນກໍອອກມາດີ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຈາກອາຊີບເປັນຫຼັກ, ສ່ວນລາຍຈ່າຍ ຈ່າຍຫຼາຍແບບບໍ່ສາມາດຫຼີກລ່ຽງໄດ້
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ເຂົ້າໃຈກັນ ເປັນກຳລັງໃຈທີ່ດີຕໍ່ກັນ, ສ່ວນຄົນໂສດ ມີໂອກາດຈະໄດ້ພົບຮັກໃນອີກບໍ່ດົນ.
3. ຄົນທີ່ເກີດວັນອັງຄານ
+ ດ້ານການງານ ມີເກນ ດວງການງານໂດດເດັ່ນ ກ້າວໜ້າ ເຮັດຫຍັງກໍດີໄປໝົດ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາດີ ຖ້າເຮັດອາເສີມໃຫມ່ໆ, ສ່ວນລາຍຈ່າຍ ຈ່າຍລາຍວັນໄປເລື້ອຍໆ
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ດຳເນີນໄປເລື້ອຍໆ, ສ່ວນຄົນໂສດ ຈະໄດ້ພົບຮັກອີກບໍ່ດົນ.
4. ຄົນທີ່ເກີດວັນພຸດ
+ ດ້ານການງານ ມີເກນ ດຳເນີນໄປດ້ວຍດີ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາເລື້ອຍໆຈາກວຽກງານ, ສ່ວນລາຍຈ່າຍ ຈ່າຍລາຍວັນໄປເລື້ອຍໆ
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ດຳເນີນໄປເລື້ອຍໆ, ສ່ວນຄົນໂສດ ມີເກນຈະໄດ້ພົບຮັກທີ່ລໍຄອຍ.
5. ຄົນທີ່ເກີດວັນພະຫັດ
+ ດ້ານການງານ ມີເກນ ເຮັດວຽກເລື້ອຍໆ ແລະ ປະສົບຜົນສຳເລັດໄດ້ດີ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາເນື່ອງ, ສ່ວນລາຍຈ່າຍ ຈ່າຍລາຍວັນທົ່ວໄປ
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ເລີ່ມດີຂື້ນ, ສ່ວນຄົນໂສດ ຍັງຄົງຮັກສາຄວາມໂສດຕໍ່ໄປ.
6. ຄົນທີ່ເກີດວັນສຸກ
+ ດ້ານການງານ ມີເກນ ໃນທີ່ເຮັດວຽກລະວັງຄຳເວົ້າ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຈາກເຫື່ອແຮງເປັນຫຼັກ, ສ່ວນລາຍຈ່າຍ ຖ້າຈ່າຍລົງທຶນບໍ່ດີປານໃດ
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ດຳເນີນໄປດ້ວຍຄວາມເຂົ້າໃຈ, ສ່ວນຄົນໂສດ ຍັງຄົງຮັກສາມາດຕະຖານໂສດໄດ້ດີ.
7. ຄົນທີ່ເກີດວັນເສົາ
+ ດ້ານການງານ ມີເກນ ພົບອຸປະສັກເລັກນ້ອຍ ແຕ່ສຸດທ້າຍກໍ່ຈະຜ່ານໄປດ້ວຍດີ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຈາກວຽກເປັນຫຼັກ, ສ່ວນລາຍຈ່າຍ ຈ່າຍຫລາຍບາງຄັ້ງຄາວ
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ໝັ້ນຄົງດີ, ສ່ວນຄົນໂສດ ມີຄົນເຂົ້າມາໃນຊີວິດ.