ຊົມເຊີຍ..!! 8 ນ້ອງນັກຮຽນ, ຈາກ ໂຮງຮຽນ ມສ ວຽງຈັນ ໄດ້ຮັບທຶນໄປສຶກສາ ແລະ ແລກປ່ຽນວັດທະນະທຳ ທີ່ ຍີ່ປຸ່ນ ແລະ ຝຣັ່ງເສດ

ແຟນເພຈ Vientiane Secondary School ມສ ວຽງຈັນ ໄດ້ເປີດເຜີຍວ່າ: ໃນສົກຮຽນ 2020-2021 ໄດ້ມີນັກຮຽນຈຳນວນ 8 ນ້ອງ ທີ່ໄດ້ຮັບທຶນ ໄປສຶກສາ ແລະ ເເລກປ່ຽນວັດທະນະທຳ ຢູ່ຕ່າງປະເທດ ໂດຍມີລາຍລະອຽດດັ່ງລຸ່ມນີ້:
ນັກຮຽນຈຳນວນ 5 ນ້ອງ ໄດ້ຮັບທຶນ Asia Kakehashi Project (AFS) ໄດ້ໄປສຶກສາເເລກປ່ຽນວັດທະນະທຳຢູ່ທີ່ປະເທດຍີ່ປຸ່ນ ເປັນໄລຍະເວລາ 8 ເດຶອນ ເຊິ່ງມີລາຍຊື່ດັ່ງນີ້:

ນັກຮຽນຈຳນວນ 5 ຄົນຮັບທືນຮຽນຢູ່ຍີ່ປຸ່ນ

1, ນາງ ມີຖຸນາ ສົມສະໝອນ ຫ້ອງ 6/1

2,  ນາງ ອັກສອນສະຫວັນ ຈັນທະວິໄຊ ມ6/2
3,  ນາງ ທິດາພອນ ຍົງວົງສິດທິ L1/1
4,  ນາງ ລັດດາວັນ ເເກ້ວດາລາ ຫ້ອງ 7/4
5,  ນາງ ຈິນຕະນາພອນ ຈັນທະວົງ ຫ້ອງ 7/5

ນັກຮຽນຈຳນວນ 3 ນ້ອງໄດ້ຮັບທຶນຮຽນຢູ່ປະເທດຝຣັ່ງ
6,  ນາງ ຟ້າໃສ ຫຼວງພິບູນ ຫ້ອງ L3/1 ທຶນ Bourse d’avenir ໄລຍະ 3 ປີ
7,  ນາງ ປານີພອນ ວົງມາລາ ຫ້ອງ L3/1 ທຶນ Bourse d’excellence 2021 ໄລຍະ 3 ປີ
8,  ນາງ ພອນມະນີ ສູນດາລາ ້ຫ້ອງ L3/2 ທຶນ Bourse d’Excellence 2021 ໄລຍະ 3 ປີ

ແນວໃດກໍ່ຕາມ, ອິນໄຊລາວ ຂໍສະແດງຄວາມຍິນດີກັບນ້ອງໆ ທັງ 8 ຄົນດ້ວຍ

 

Author: PP

Leave a Reply

Your email address will not be published. Required fields are marked *