ຂ່າວດີ ມື້ນີ້ຜູ້ປ່ວຍໂຄວິດ ນໍ້າເບີ 44 ໄດ້ອອກໂຮງໝໍແລ້ວ

ນວັນທີ 15 ມີນາທ2021 ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ລາຍງານວ່າ: ວັນທີ 14 ມີນາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.255 ຄົນ: ໃນນັ້ນຈຸດຜ່ານດ່ານ ລາວ – ໄທ ທັງໝົດ 968 ຄົນ; ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 35 ຄົນ; ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 1.005 ຄົນ; ຈຸດຜ່ານດ່ານສະໜາມບິນສາກົນວັດໄຕ ທັງໝົດ 247 ຄົນ; ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ໄດ້ເກັບຕົວຢ່າງທຸກໆຄົນມາກວດຊອກຫາຜູ້ຕິດເຊື້ອ ໂຄວິດ-19.


ທ່ານ ກ່າວຕື່ມວ່າ: ການຕິດຕາມຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ ທີ່ກຳນົດໄວ້ ໃນຂອບເຂດທົ່ວປະເທດ ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.791 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ຊອກຫາຜູ້ຕິດເຊື້ອ ໂຄວິດ-19. ນັບແຕ່ ວັນທີ່ 3 ມີນາ 2021 ເປັນຕົ້ນມາ ສປປ ລາວ ໄດ້ເລີ່ມນຳໃຊ້ເຄື່ອງຕິດຕາມການແພດ (ໂມງ) ໂດຍເລີ່ມຕົ້ນນຳໃຊ້ໃນຜູ້ທີ່ເດີນທາງເຂົ້າມ ສປປລາວທາງສະໜາມບິນວັດໄຕສາກົນ ທຸກຄົນຕ້ອງໄດ້ໃສ່ໂມງຕິດຕາມໃນໄລຍະຈຳກັດບໍລິເວນ 14 ວັນ.

 

ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 14 ມີນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 539 ຄົນ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 14 ມີນາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່; ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 122.849 ຕົວຢ່າງ, ກວດພົບເຊື້ອສະສົມ 49 ຄົນ.

ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ຜູ້ຕິດເຊື້ອນ້ຳເບີ 44 ຜົນກວດແມ່ນບໍ່ພົບເຊື້ອຕິດຕໍ່ກັນ 2 ຄັ້ງ, ສະນັ້ນ ມື້ນີ້ ຜູ້ກ່ຽວ ຈະໄດ້ອອກໂຮງໝໍ ແລະ ສືບຕໍ່ຕິດຕາມອາການຕົນເອງຢູ່ເຮືອນ ຈົນຄົບ 14 ວັນ; ມາຮອດປະຈຸບັນ ຜູ້ຕິດເຊື້ອພະຍາດ ໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍຈຳນວນ 6 ຄົນ (ນະຄອນຫຼວງ 3 ຄົນ, ຈຳປາສັກ 2 ຄົນ ແລະ ສະຫວັນນະເຂດ 1 ຄົນ), ທັງ 6 ຄົນ ທີ່ຕິດຕາມປິ່ນປົວ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.

Author: PP

Leave a Reply

Your email address will not be published. Required fields are marked *