ສັບພະຄຸນ..!! ຕົ້ນໝາກສ້ານ ຕົ້ມດື່ມເປັນຢາຂັບນ້ຳຄາວຕອນຢູ່ໄຟຂອງແມ່ຍິງຫຼັງເກີດລູກໃໝ່

ບັນຍາຍລັກສະນະພືດສາດ
ຈັດເປັນໄມ້ຢື່ນຕົ້ນຂະໜາດກາງ. ລຳຕົ້ນສູງ 10-35 ມ, ປາຍຍອດມີໃບໜາທຶບ, ລຳຕົ້ນມີລັກສະນະຄົດງໍ, ລຳຕົ້ນລຽບ ຫຼື ແຕກເປັນເກັດ, ສີເທົາອົມເຫຼືອງອ່ອນ, ເປືອກດ້ານໃນເປັນສີແດງຊ້ຳ, ກິ່ງອ່ອນກ້ຽງ, ໃບອ່ອນມີຂົນ.

ໃບດ່ຽວ, ອອກວຽນສະຫຼັບ, ໃບໄຂ່ປີ້ນ ຫຼື ຮູບຫອກປີ້ນ, ກ້ວາງ 8-13 ຊມ, ຍາວ 20-40 ຊມ, ໂຄນໃບຮູບຫຼິ່ມ ຫຼື ຮຽວແຫຼມ, ຂອບແສກແຂ້ວເລືອຍ, ປາຍແຫຼມ ຫຼື ປາຍຕິ່ງໜາມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ກ້ຽງ, ຜິວໃບດ້ານລຸ່ມມີຂົນສີນ້ຳຕານກະຈາຍຢູ່ຢ່າງໜາແໜ້ນ.

ຊໍ່ດອກແບບກະຈະ ຫຼື ດອກດ່ຽວ, ອອກຕາມປາຍກິ່ງ ຫຼື ບໍລິເວນປາຍກິ່ງ. ດອກຍ່ອຍມີ 1-3 ດອກ, ດອກບານເຕັມທີ່ມີເສັ້ນຜ່າສູນກາງ 14-16 ຊມ. ກາບດອກມີ 5 ກາບ, ສີຂຽວ, ໜາ. ກີບດອກມີ 5 ກີບ, ຮູບໄຂ່ປີ້ນ ຫຼື ຮູບບ່ວງ, ສີເຫຼືອງ. ເກສອນເພດຜູ້ມີຈຳນວນຫຼາຍ, ແບ່ງອອກເປັນ 2 ຊັ້ນ, ຊັ້ນນອກເປັນສີເຫຼືອງເຂັ້ມກ່ວາຊັ້ນໃນ.

ເຕົ້າໄຂ່ມີ 7-11 ຫ້ອງ, ແຕ່ລະຫ້ອມມີເມັດໄຂ່ 25-35 ເມັດ, ປາຍຮວງຮັບແຍກເປັນຫຼາຍແສກ. ໝາກກົມ ຫຼື ຮູບໄຂ່, ໝາກມີເນື້ອອວບນ້ຳ, ມີຂະໜາດເສັ້ນຜ່າສູນກາງປະມານ 3.5-4 ຊມ, ກາບດອກພັດທະນາມາເປັນກາບຫຸ້ມ, ສີເຫຼືອງອົມສົ້ມ, ເນື້ອໝາກເປັນສີເຫຼືອງ ຫຼື ສີສົ້ມ, ໝາກແຫ້ງເປັນສີນ້ຳຕານ. ແກ່ນມີຈຳນວນຫຼາຍ.

ເປັນອາຫານ:

ໝາກ: ໝາກສຸກສາມາດກິນເປັນໝາກໄມ້ໄດ້.

ສັບພະຄຸນ:

ເປືອກຕົ້ນ: ນຳມາຍ້ຳເຮັດໃຫ້ເຫງືອກ ແລະ ແຂ້ວແຂງແຮງ, ຕົ້ມດື່ມເປັນຢາແກ້ຖອກທ້ອງ, ນຳມາຍ້ຳໃສ່ແຜ ແລະ ຊ່ວຍຮັກສາແຜໄຟໄໝ້.
ຕົ້ນ: ຕົ້ມດື່ມເປັນຢາຂັບນ້ຳຄາວຫຼັງຄອດ ຫຼື ຢູ່ໄຟຂອງແມ່ຍິງ.
ໝາກ: ປຸງເປັນຢາກະຈາຍເລືອດ (ເປືອກ ແລະ ໝາກ).

ສິ່ງປຸກສ້າງ:

ເນື້ອໄມ້: ສາມາດນຳໄປສ້າງບ້ານເຮືອນໄດ້.

 

Author: PP

Leave a Reply

Your email address will not be published. Required fields are marked *