ທີມງານ ສູນປ້ອງກັນພືດ ກົມປູກຝັງ ແລະ ກະຊວງກະສິກໍາແລະປ່າໄມ້ໄດ້ກວດພົບສານເຄມີຕົກຄ້າງຢູ່ໃນພືດ-ຜັກ ແລະ ໝາກໄມ້ ຢູ່ທີ່ຕະຫຼາດລາວ-ອົດຊີ

ສູນປ້ອງກັນພືດສາລາຄໍາ ກົມປູກຝັງ ກະຊວງກະສິກໍາແລະປ່າໄມ້ແຈ້ງໃຫ້ຮູ້ວ່າ:


ໄດ້ກວດພົບສານເຄມີຕົກຄ້າງຢູ່ໃນພືດ-ຜັກ ແລະ ໝາກໄມ້ ຢູ່ທີ່ຕະຫຼາດລາວ-ອົດຊີ ໂດຍໄດ້ເກັບກໍາເອົາ 15 ຕົວຢ່າງ ມາກວດຊຶ່ງພົບວ່າມີສານເຄມີຕົກຄ້າງແຕ່ມີປະລິມານໜ້ອຍຢູ່ໝາກເຜັດນ້ອຍ


ທີ່ນໍາມາຈາກເມືອງກາສີ ແຂວງວຽງຈັນ ພາຍຫຼັງທີ່ຂະແໜງປູກຝັງພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຮ່ວມກັບ ສູນປ້ອງກັນພືດສາລາຄໍາ ແລະ ຕະຫຼາດລາວ-ອົດຊີ


ໄດ້ເປີດຂະບວນການຄວບຄຸມຄຸນນະພາບ ກວດກາສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ເມື່ອບໍ່ດົນມານີ້ທີ່ຕະຫລາດລາວ-ອົດຊີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.


ຂໍ້ມູນທີ່ມາ: ສູນປ້ອງກັນພືດສາລາຄໍາ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້

Author: PP

Leave a Reply

Your email address will not be published. Required fields are marked *