ຕົ້ນ ມັງຄະ ເປັນຢາຮັກສາລິດສິດວງທະວານ ແລະ ຊ່ວຍຫຼຸດຄວາມອ້ວນ

ຕົ້ນມັງຄະມີສັບພະຄຸນທາງຢາຫຼາກຫຼາຍເຊັ່ນ:

ຮາກ: ໃຊ້ຝົນປະສົມກັບເຫຼົ້າດື່ມ ຫຼື ນຳມາຕົ້ມເປັນຢາຖ່າຍ

ເນື້ອໄມ້: ແກ້ພະຍາດຜິດ ຫຼື ພະຍາດຜິວໜັງ ຕົ້ມຮົມອາຍນ້ຳເພື່ອຮັກສາຫົວລິດສິດວງໜັກໃຫ້ແຫ້ງລົງໄດ້

ໃບ: ໃຊ້ເປັນຢາຫຼຸດຄວາມອ້ວນ ແລະ ຮັກສາພະຍາດຜິວໜັງ

ແກ່ນ: ແກ້ອາການຮ້ອນໃນ ແລະ ນ້ຳມັນສະກັດຈາກແກ່ນໃຊ້ເປັນຢາຮັກສາພະຍາດຜິວໜັງ

ລັກສະນະພຶດ: ຕົ້ນມັງຄະຈັດເປັນໄມ້ຢືນຕົ້ນ ລຳຕົ້ນສູງປະມານ 25 ມ ໃບປະສົມຂັ້ນໜື່ງ ກ້ານໃບຍາວ 3-5 ມມ ໃບຍ່ອຍມີ 1-2 ຄູ່ ຮູບຮິບ ຮູບຮອບຂະໜາດ ຫຼື ຮູບຮອບເກືອຍກົມ

ຍາວ 5-20 ຊມ ຄູ່ລຸ່ມີຂະໜາດນ້ອຍກວ່າຄູ່ເທີງ ໂຄນໃບແຫຼມ,ຂອບລຽບປາຍແຫຼມ ຫຼື ຮຽວແຫຼມ,ກ້ານໃບຍ່ອຍສັ້ນຫຼາຍ

ຊໍ່ດອກ: ອອກຕາມລຳຕົ້ນ,ກີ່ງກ້ານ ແລະ ປາຍຍອດ ຍາວ 1,5-2,5 ຊມ ໃບປະດັບຊໍ່ດອກຮອບຂະໜານ ,ຍາວ 0,3-1 ຊມ

ກີບດອກຮູບຫອກ: ຍາວ 5-8 ມມ ເກສອນເພດຜູ້ມີປະມານ 10 ອັນ ກ້ານຊູຖົງລະອອງສີຂາວ ຖົງລະອອງຈັບເທິງຮູບໝາກໄຂ່ຫຼັງ,ສີເຫຼືອງ, ເຕົ້າໄຂ່ຮູບຮີ, ມີຂົນໜຸ່ມກະຈາຍຢ່າງໜາແໜ້ນ

ຄໍເຕົ້າໄຂ່ຍາວປະມານ 5 ມມ ໝາກຮູຮີ ຫຼື ຮູໄຂ່ ຍາວ 2-5 ຊມ ,ຜິວບໍ່ລຽບ

Author: PP

Leave a Reply

Your email address will not be published. Required fields are marked *