
ຜັກຫອມລາບມີລັກສະນະເຄິ່ງລໍາຕົ້ນເຄິ່ງເຄືອ, ມີຮາກຝອຍຂະໜາດໜ້ອຍ ແລະ ສັ້ນ, ລໍາຕົ້ນສູງ 15-30 ຊມ, ລໍາຕົ້ນມີລັກສະນະເປັນຫຼ່ຽມ, ຜິວລໍາຕົ້ນມີສີແດງອົມມ່ວງຈົນເຖິງປາຍຍອດ, ລໍາຕົ້ນສາມາດແຕກກີ່ງງ່າໃໝ່ຈົນຂະຫຍາຍເປັນກໍໃຫຍ່ ແລະ ລໍາຕົ້ນແຕກກິ່ງຂະແໜງຈໍານວນຫຼາຍ. ໃບດ່ຽວ ແລະ ອອກເປັນຄູ່ໆ, ກົງກັນຂ້າມກັນເທິງກິ່ງລໍາຕົ້ນ, ໃບເປັນສີຂຽວຮູບຊົງຣີ, ກວ້າງ 1.5-3.5 ແລະ ຍາວ 2-7 ຊມ.
ຜິວໃບຍົ່ນເປັນລູກຄື່ນ, ຂອບໃບຍັກ, ປາຍໃບມົນ ຫຼື ແຫຼມ. ອອກດອກເປັນຊໍ່, ເທິງຊໍ່ໃບບໍລິເວນປາຍຍອດ, ແຕ່ລະຊໍ່ມີດອກຈໍານວນຫຼາຍ, ດອກມີສີບົວອົມມ່ວງ, ມີກີບລ້ຽງ 5 ກີບ ແລະ ກີບດອກເຊື່ອມຕິດກັນເປັນກວຍຕື້ນ 4 ກີບ ພາຍໃນດອກມີເກສອນຜູ້ 4 ອັນ ສ່ວນເກສອນແມ່ບໍ່ຄ່ອຍພົບ. ມີໝາກເປັນສີດໍາ, ມີຂະໜາດນ້ອຍ, ມີລັກສະນະເປັນຮູບກະສວຍ, ເປືອກໝາກກ້ຽງມັນ, ທັງນີ້ໝາກຫອມລາບບໍ່ມັກຕິດເພາະສ່ວນໃຫຍ່ດອກເປັນໝັນ.
ປະໂຫຍດ ແລະ :
– ໃບອ່ອນ/ຍອດອ່ອນຫອມລາບໃຊ້ຮັບປະທານເປັນຜັກກິນກັບອາຫານປະເພດລາບ, ເຝີ, ຊຸບໄກ່ ເປັນຕົ້ນ.
– ໃບສົດນໍາມາບີບເພື່ອສູດດົມຈະໄດ້ກິ່ນຫອມນໍ້າມັນລະເຫີຍ ຊ່ວຍໃຫ້ສົດຊື່ນແກ້ອາການວີນຫົວ.
– ນໍາໃບສົດມາລ້າງນໍ້າແລ້ວໄປຕາກແຫ້ງ 5-7 ແດດສໍາຫຼັບໃຊ້ຊົງເປັນຊາດື່ມ.
– ຊ່ວຍໃຫ້ຜິວຊຸ່ມຊື່ນດ້ວຍການນໍາເອົາໃບຫອມລາບມາບົດແລ້ວທາຜິວ.
– ຊ່ວຍບໍາລຸງ ແລະ ຮັກສາສາຍຕາ.
– ຊ່ວຍແກ້ອາການໜ້າມືດຕາລາຍ ດ້ວຍການດື່ມນໍ້າຕົ້ມໃບຫອມລາບກັບຂີງ.
– ຊ່ວຍລະງັບກິ່ນປາກໄດ້.
– ຊ່ວຍຂັບລົມໃນລໍາໄສ້ ແລະ ຊ່ວຍໃນການຍ່ອຍອາຫານ.
– ກິ່ນຂອງໃບຫອມລາບຊ່ວຍໃນການໄລ່ຍຸງ ແລະ ແມງໄມ້ຕ່າງໆ ດ້ວຍການນໍາໃບມາບົດແລ້ວນໍາມາທາຜິວ.
– ໃຊ້ແຕ່ງກິ່ນເຄື່ອງດື່ມຕ່າງໆ ແລະ ເຫຼົ່າໄດ້.
– ນໍາໄປໃຊ້ເຮັດເປັນນໍາມັນຫອມລະເຫີຍເພື່ອໃຊ້ເຮັດການບໍາບັດດ້ວຍກິ່ນ.