ສະພາບອາກາດຢູ່ນະຄອນຫຼວງວຽງຈັນ ມື້ນີ້ ຈາກຜົນການວັດແທກ ແມ່ນເກີນມາດຕະຖານແລ້ວ ແລະ ຢູ່ໃນລະດັບ ບໍ່ດີຕໍ່ສຸຂະພາບ

ທ່ານຮູ້ສຶກວ່າ ສະພາບອາກາດຢູ່ນະຄອນຫຼວງວຽງຈັນ ມື້ນີ້ເປັນແນວໃດ ? ຈາກຜົນການວັດແທກ ຄຸນນະພາບອາກາດ ໂດຍໃຊ້ ແອັບ AirVisual ໃນຕອນສວຍ ວັນທີ 17-03-2021


ຊີ້ໃຫ້ຮູ້ວ່າ ຄຸນນະພາບອາກາດ ຢູ່ນະຄອນຫຼວງວຽງຈັນ ແມ່ນເກີນມາດຕະຖານແລ້ວ ແລະ ຢູ່ໃນລະດັບ ບໍ່ດີຕໍ່ສຸຂະພາບ (Unhealthy)! ສ່ວນການວັດຄ່າ PM 2.5 ຢູ່ນະຄອນຫຼວງວຽງຈັນ ໂດຍໃຊ້ແອັບ Windy ກໍ່ເກີນມາດຕະຖານ ແລະ ມີຄ່າPM 2.5 ຢູ່ທີ 103 ໄມໂຄຮກຮັມ ຕໍ່ແມັດກ້ອນ (ມາດຕະຖານ 50).


ຈົ່ງພາກັນຮັກສາສຸຂະພາບ ແລະ ໃສ່ຜ້າປິດປາກດັງ ເມື່ອມີຄວາມຈໍາເປັນ ອອກນອກສະຖານທີ່ !

Author: PP

Leave a Reply

Your email address will not be published. Required fields are marked *