ແຂວງໄຊຍະບູລີ..!! ເປີດຕະຫລາດນັດສັດປະເພດ ງົວ-ຄວາຍ

ພິທີ ເປີດຕະຫລາດນັດສັດປະເພດ ງົວ, ຄວາຍຢູ່ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 17 ມີນາ 2021 ນີ້, ທັງນີ້ ແນໃສ່ສົ່ງເສີມທາງການຕະຫລາດສັດລ້ຽງ ໃຫ້ມີຄວາມໝັ້ນທ່ຽງ, ສົ່ງເສີມການລ້ຽງສັດຂອງປະຊາຊົນ ໃຫ້ເປັນໄປຕາມເຕັກນິກວິທະຍາສາດ ຕິດພັນກັບການປຸງແຕ່ງທີ່ມີທັງປະລິມານ ແລະ ຄຸນນະພາບ ໄດ້ມາດຖານ ແລະ ຄວາມຕ້ອງການຂອງຕະຫຼາດ ທັງເປັນການຄຸ້ມຄອງການເຄື່ອນຍ້າຍສັດໃຫ້ມີຄວາມຖືກຕ້ອງ ແລະ ໃນຕໍ່ໜ້າໃຫ້ກາຍເປັນການພົບປະແລກປ່ຽນລະຫວ່າງຜູ້ຊື້ ແລະ ຜູ້ຂາຍສັດປະເພດຕ່າງໆ ບໍ່ວ່າຈະເປັນ ງົວ, ຄວາຍ, ໝູ, ແບ້, ເປັດ, ໄກ່ ສາມາດຂາຍ ແລະ ຊື້ຢູ່ຈຸດທີ່ກໍານົດນີ້.


ທ່ານ ບຸນໂຮມ ໂພທິລັກ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ກ່າວວ່າ: ພາຍຫລັງໄດ້ຮັບມອບໝາຍຈາກຄະນະປະຈໍາພັກເມືອງ ທາງຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອຄວາມເປັນເອກະພາບ, ແບ່ງຄວາມຮັບຜິດຊອບຢ່າງລະອຽດ ແລະ ເກັບກໍາຂໍ້ມູນດ້ານຕ່າງໆ ໂດຍປະສານງານກັບຂະແໜງການທີ່ກ່ຽວຂ້ອງແລະ ນັກທຸລະກິດຜູ້ປະກອບການ.


ຈັດກອງປະຊຸມປຶກສາຫາລື ຮ່າງກົດລະບຽບຄຸ້ມຄອງຕະຫລາດສັດໃຫຍ່ຢູ່ພາຍໃນເມືອງ, ຄັດເລືອກເອົາຄະນະກຸ່ມຊື້-ຂາຍສັດໃຫຍ່ ແລະ ກໍານົດສະຖານທີ່ເປີດຕະຫລາດສັດ ທີ່ເຫັນວ່າເໝາະສົມ ແລະ ມີເນື້ອທີ່ກວ້າງ ເສັ້ນທາງເຂົ້າຫາສະດວກ ແລະ ຢູ່ຈຸດກາງເມືອງ.


ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ໄດ້ຊີ້ນຳ: ຄະນະບໍລິຫານກຸ່ມສົ່ງເສີມການລ້ຽງສັດ ຕ້ອງໄດ້ປຸກລະດົມປະຊາຊົນ ທີ່ມີດິນຕິດກັບສະຖານທີ່ຕະຫລາດນັດ ໃຫ້ມີການປູກຫຍ້າເພື່ອຂາຍໃຫ້ແກ່ຕະຫລາດ ໃຫ້ຜູ້ຊື້-ຂາຍ ໄດ້ຊື້ຫຍ້ານຳເຂົາເຈົ້າ ໃຫ້ສັດກິນ ເພື່ອເປັນການກະຈາຍລາຍໄດ້ ໃຫ້ແກ່ຜູ້ຢູ່ໃກ້ຄຽງຕື່ມອີກ.

Author: PP

Leave a Reply

Your email address will not be published. Required fields are marked *