
ນີ້ແມ່ນບົດຄວາມດີໆຕາມຄວາມເຊື່ອໃນຮີດສິບສອງຄອງສິບສີ່ປະເພນີລາວບູຮານທີ່ແອດມິນວາລະສານເທວາໄດ້ຄົ້ນຄວ້າ ແລະ ຮັບຟັງຕາມການບອກສອນຂອງຄູບາອາຈານນັກປາດໃນສະໄໝກ່ອນ ແລະ ຈະຂໍນຳມາບອກເລົ່າຕໍ່ເພື່ອເປັນທັມມະທານໃຫ້ເພື່ອນໄດ້ຊາບນຳກັນ; ເພື່ອນໆບໍ່ຕ້ອງເສຍເວລາໄປເຮັດພິທີສະເດາະເຄາະ ຫລື ສືບຊະຕາໃຫ້ຫຍຸ້ງຍາກຫລືສິ້ນເປືອງຊັບສິນຈຳນວນຫລາຍໂດຍໄຮ້ປະໂຫຍດອີກແລ້ວ; ເພາະວ່າປະເພນີທີ່ແອດມິນຈະເລົ່າກ່າວໃຫ້ຊາບຕໍ່ໄປນີ້ຄືວິທີທີ່ເພື່ອນໆສາມາດສະເດາະເຄາະປັດເປົ່າສິ່ງບໍ່ດີໃຫ້ໝົດໄປໄດ້ດ້ວຍຕົນເອງດັ່ງນີ້ : ໃນຕອນແລງກ່ອນມື້ສັງຂານລ່ວງປີໃໝ່ລາວໜຶ່ງມື້ຕາມປະເພນີເກົ່າແກ່ທີ່ສືບທອດມາແຕ່ບູຮານຄົນລາວບາງທ້ອງຖິ່ນຈະສ້າງກະທົງໜ້າງົວຂຶ້ນມາໂດຍເຫດຜົນທີ່ກະທົງນີ້ມີຊື່ວ່າ : “ໜ້າງົວ” ກໍ່ເພາະວ່າມີລັກສະນະສາມຫລ່ຽມສາມແຈຄ້າຍຄືຮູບຊົງຂອງໜ້າງົວນັ້ນເອງ ຄົນບູຮານເອີ້ນຊື່ກະທົງແນວນີ້ເພື່ອໃຫ້ຄົນເຂົ້າໃຈງ່າຍ; ວັດສະດຸທີ່ໃຊ້ເຮັດກະທົງໜ້າງົວແມ່ນຈະເຮັດດ້ວຍກາບກ້ວຍ ໂດຍໃນນີ້ຄວາມຍາວຂອງກະທົງແມ່ນຈະແທກເອົາຕາມຄືບຂອງພໍ່ເຮືອນ ຫລື ແມ່ເຮືອນ ຫລື ຜູ້ທີ່ເປັນໃຫຍ່ໃນເຮືອນໂດຍຈະໃຫ້ເພິ່ນຄືບສາມຄືບແລ້ວຕັດກາບກ້ວຍແລະທົບກາບກ້ວຍຕາມແຕ່ລະຄືບນັ້ນແລ້ວຈະກາຍເປັນກະທົງທີ່ມີລັກສະນະສາມແຈໜ້າງົວ; ເຊິ່ງໃນກະທົງຈະປະກອບດ້ວຍເຄື່ອງງ່າຍໆດັ່ງນີ້ຄື :
1.ເຂົ້າດຳ = ເຮັດຈາກເຂົ້າໜຽວໜຶ້ງສຸກປະສົມງາດຳ(ປັ້ນໃສ່ໃນກະທົງພໍປະມານ).
2.ເຂົ້າແດງ = ເຮັດຈາກເຂົ້າໜຽວໜຶ້ງສຸກປະສົມນຳອ້ອຍແດງ ຫລື ນ້ຳຕານແດງ(ປັ້ນໃສ່ໃນກະທົງພໍປະມານ).
3.ເຂົ້າເຫລືອງ = ເຮັດຈາກເຂົ້າໜຽວໜຶ້ງສຸກປະສົມມອນໄຂ່ເປັດ ຫລື ໄຂ່ໄກ່(ປັ້ນໃສ່ໃນກະທົງພໍປະມານ).
4.ເຂົ້າຂາວ = ແມ່ນເຂົ້າໜຽວທີ່ໜຶ່ງສຸກແລ້ວທີ່ເຮົາກິນທົ່ວໄປ ໂດຍຈະໃຫ້ຜູ້ອາວຸໂສໃນຄອບຄົວເປັນຜູ້ນຳເອົາເຂົ້າໜຽວທີ່ໜຶ່ງສຸກນີ້ປັ້ນເປັນກ້ອນຈຳນວນ3ກ້ອນນ້ອຍແລ້ວນຳມາຈ້ຳຕາມຮ່າງກາຍຂອງລູກຫລານແຕ່ລະຄົນໃນຄອບຄົວ(ໂດຍຈະຈ້ຳຄົນໜຶ່ງຕໍ່ເຂົ້າ3ກ້ອນ)ໃນລະຫວ່າງຈ້ຳຜູ້ອາວຸໂສຈະເປັນຄົນກ່າວຄວາມດີຄວາມງາມໃນລັກສະນະຂອງການປັດເປົ່າສິ່ງບໍ່ດີໃຫ້ໝົດໄປນຳປີເກົ່າເຊັ່ນວ່າ : “ອັນໃດບໍ່ດີບໍ່ງາມເຄາະເຂັນເວນຮ້າຍຄວາມອັບປີຈັງໄຮ ຄວາມເຈັບປ່ວຍໄຂ້ອັນໃດກໍ່ຕາມຂໍໃຫ້ໝົດໄປນຳປີເກົ່າ ແລະ ຕົກໄປຕາມກ້ອນເຂົ້ານີ້ເທີ້ນເພິ່ນຈະກ່າວວ່າດັ່ງນີ້ໃນເວລາຈ້ຳແຕ່ລະຄົນແລ້ວລະຖິ້ມກ້ອນເຂົ້າທັງໝົດລົງໃນກະທົງ.
5.ໃຫ້ແຕ່ລະຄົນໃນຄອບຄົວຕັດເລັບມື, ຕັດເລັບຕີນ ແລະ ຕັດປາຍຜົມຂອງຂອງໃຜມັນແລ້ວຫໍ່ໃສ່ເຈ້ຍແລ້ວນຳມາຖິ້ມໃສ່ໃນກະທົງນີ້.
6.ມີດອກໄມ້1ຄູ່, ທຽນ1ຄູ່, ຄຳໝາກ1ຄຳ, ກອກຢາ1ກອກ ແລະ ທູບ7ດອກ ໃສ່ໃນກະທົງ ແລະ ເພື່ອໄຕ້ສົ່ງກະທົງ.
7.ໃນຕອນຫົວຄໍ່າກ່ອນມື້ສັງຂານລ່ວງປີໃໝ່ໜຶ່ງມື້ໃຫ້ຜູ້ໃດຜູ້ໜຶ່ງໃນຄອບຄົວເປັນຜູ້ຕາງໜ້ານຳເອົາກະທົງນີ້ໄປຫ້ອຍໄວ້ບໍວິເວນນອກເຮືອນທີ່ສູງພໍປະມານໃນຈຸດທີ່ມີລົມພັດຜ່ານດີ; ໃນລະຫວ່າງທີ່ຈະຫ້ອຍໃຫ້ໄຕ້ທູບ-ໄຕ້ທຽນແລ້ວກ່າວວ່າ : “ເນື່ອງໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາວນີ້ລູກຫລານທັງຫລາຍໄດ້ສ້າງກະທົງໜ້າງົວນີ້ຂຶ້ນມາເພື່ອປັດເປົ່າຄວາມຊົ່ວຮ້າຍທັງຫລາຍໃຫ້ໝົດໄປນຳປີເກົ່າ ຂໍໃຫ້ນາງສັງຂານທີ່ສະເດັດຜ່ານມາຈົ່ງພັດເອົາຄວາມຊົ່ວຮ້າຍທັງຫລາຍນີ້ໃຫ້ຕົກໄປນຳປີເກົ່າພຸ້ນເທີ້ນ; ປີໃໝ່ຈະມາເຖິງແລ້ວຂໍໃຫ້ຄອບຄົວລູກຫລານຈົ່ງມີແຕ່ໂຊກລາບ ມີຄວາມສຸກກາຍສະບາຍໃຈ ມີຄວາມສະຫວັດດີມີໄຊ ມີຄວາມອຸດົມສົມບູນຮັ່ງມີ ແລະ ມີສຸຂະພາບເຂັ້ມແຂງອາຍຸໝັ້ນຂວັນຍືນເທີ້ນ; ກ່າວຈົບແລ້ວໃຫ້ປັກທູບລົງໃນກະທົງແລ້ວຈຶ່ງນຳກະທົງນີ້ຂຶ້ນຫ້ອຍໄວ້ ໂດຍຈະຫ້ອຍໄວ້ຫັ້ນຈົນກວ່າຫລັງຈາກມື້ສັງຂານຂຶ້ນແລ້ວຈຶ່ງນຳກະທົງນີ້ລົງໄປຖິ້ມກະຕ່າຂີ້ເຫຍື້ອໃນລຳດັບຕໍ່ໄປເວລານຳໄປຖິ້ມຫ້າມຫັນຫລັງກັບເດັດຂາດ.
ທັງໝົດທີ່ກ່າວມານີ້ເປັນປະເພນີຄວາມເຊື່ອມາແຕ່ບູຮານທີ່ບາງທ້ອງຖິ່ນໃນລາວເຮົາຍັງຄົງປະຕິບັດສືບທອດກັນມາເພື່ອປັດເປົ່າເຄາະເຂັນໃຫ້ໝົດໄປນຳປີເກົ່າ ແລະ ເພື່ອຮັບໂຊກຮັບຄວາມສະຫວັດດີມີໄຊໃນປີໃໝ່ລາວໃນແຕ່ລະປີ; ນີ້ແມ່ນກຸດສະໂລບາຍຂອງຄົນລາວບູຮານເຮົາທີ່ໃຊ້ສັ່ງສອນລູກຫລານໃຫ້ດຳລົງຊີວິດຢ່າງມີສະຕິບົນພື້ນຖານຂອງຄວາມຮຽບງ່າຍແລະປະຢັດມັດທະຍັດຄືຕ້ອງສ້າງຕ້ອງທຳກຳນົດໂຊກຊະຕາຊີວິດດ້ວຍສອງມືຕົນເອງເທົ່ານັ້ນ ແລະ ໃຫ້ມີປັນຍາໃນຄວາມເຊື່ອນັ້ນເອງ.