
ເປັນພືດລົ້ມລຸກ, ສູງປະມານ 30–15 ຊັງຕີແມັດ, ສ່ວນຕ່າງໆຂອງຕົ້ນມີຂົນປົກຄຸມ, ຮາກເປັນຮາກແກ້ວ ແລະ ຮາກຂະແໜງຈຳນວນຫຼາຍ. ໃບປະສົມ ມີ 3–5 ໃບຍ່ອຍ, ກ້ານໃບຍາວ 3–8 ຊັງຕີແມັດ, ໃບຍ່ອຍເປັນຮູບໄຂ່ ຫຼື ຮູບໃບຫອກ, ຍາວ 2.5–5 ຊັງຕີແມັດ, ປາຍໃບແຫຼມ, ຂອບໃບແຂ້ວເລື້ອຍລະອຽດ ແລະ ມີໃບປະດັບຈຳນວນຫຼາຍ, ໃບຍ່ອຍມີ 3 ໃບ, ໃບຍາວປະມານ 0.5–2.5 ຊັງຕີແມັດ, ກ້ານສັ້ນ. ດອກເປັນຊໍ່ຢູ່ປາຍກີ່ງ ຍາວ 5–2 ຊັງຕີແມັດ, ມີດອກຈຳນວນຫຼາຍ, ກ້ານດອກຍາວ 1–2 ຊັງຕີແມັດ, ກາບດອກມີ 4 ກີບ, ເປັນຮູບໃບຫອກ, ຍາວ 7 ມີນລີແມັດ,
ມີເກສອນຜູ້ 6 ອັນຕິດຢູ່ເທີງກ້ານຊູເກສອນ, ຍາວປະມານ 0.8–2.3 ຊັງຕີແມັດ, ກ້ານມີເກສອນສີມ່ວງ, ຍາວ 1–2 ຊັງຕີແມັດ, ເກສອນມີສີຂຽວອົມສີນ້ຳຕານ, ຮູບຂອບຂະໜານ ຍາວ 1–3 ມີນລີແມັດ, ກ້ານເຕົ້າໄຂ່ສັ້ນ, ຍາວ 1–2 ມີນລີແມັດ, ຍື່ນຍາວ 1–1.4 ຊັງຕີແມັດ, ເຕົ້າໄຂ່ເປັນຮູບຊົງກະບອກສັ້ນໆ, ຍາວ 2–3 ມີນລີແມັດ, ກ້ານເກສອນເພດແມ່ສັ້ນ, ຍອດເກສອນເປັນຕຸ່ມ ແລະ ຕິດທົນ. ໝາກເປັນຝັກຍາວຄ້າຍໝາກຖົ່ວຂຽວ, ຝັກມີສີຂຽວປ່ຽນເປັນສີນ້ຳຕານ ຍາວປະມານ 4–9.5 ຊັງຕີແມັດ, ດ້ານໃນໝາກມີແກ່ນຈຳນວນຫຼາຍ, ແກ່ນມີສີນ້ຳຕານແດງປົນສີດຳ ຍາວປະມານ 1.5 ມີນລີແມັດ.
ຕົ້ນຜັກສ້ຽນສ່ວນຫຼາຍນິຍົມນຳມາຄັ້ນສົ້ມ ສຳລັບວິທີເຮັດຄື: ນຳຕົ້ນຜັກສ້ຽນມາປາດໃຫ້ມີຂະໜາດພໍເໝາະແລ້ວນຳໄປຕາກແດດພໍໝາດເພື່ອກຳຈັດກິ່ນເໝັນຂີວ. ຫຼັງຈາກນັ້ນໃຫ້ນຳເຂົ້າໜື່ງສຸກ 1 ກຳມືຕໍ່ຜັກສ້ຽນ 5 ຖ້ວຍ ນຳມາຄັ້ນກັບເກືອໃຫ້ມີຣົດເຄັມເລັກນ້ອຍ ເມື່ອສຳເລັດແລ້ວໃຫ້ນຳຜັກສ້ຽນທີ່ກຽມໄວ້ໃສ່ລົງໄປແລ້ວຕື່ມນ້ຳຕານ 5 ບ່ວງແກງ ຄົນໃຫ້ເຂົ້າກັນ ແລະ ປິດຝາພາຊະນະໄວ້ປະມານ 3–4 ຄືນ ສາມາດນຳມາຮັບປະທານຈະຊ່ວຍບຳລຸງເລືອດລົມ, ບຳລຸງຮ່າງກາຍ ແລະ ໃຫ້ພະລັງງານ, ສົ້ມຜັກສ້ຽນມີສານຕ້ານອະນຸມູນອິດສະຫຼະຊ່ວຍຕ້ານມະເຮັງ, ມີລິດຂ້າເຊື້ອ.
ຮາກຜັກສ້ຽນໃຊ້ຕົ້ມນ້ຳຮັບປະທານເປັນຢາແກ້ໄຂ້, ແກ້ເລືອດອອກຕາມແຂ້ວ, ແກ່ນຜັກສ້ຽນຊ່ວຍຂັບຂີ້ກະເທີ່ ແລະ ອາການຈະດີຂື້ນເປັນປົກກະຕິ.