
ສາເຫດຂອງສະຫມອງເສື່ອມ, ຄວາມຈຳສັ້ນ, ອັນໄຊເມີ, ສະຫມອງ, ຄືອະໄວຍະວະສຳຄັນ, ມີຫນ້າທີ່ຄວບຄຸມ ແລະສັ່ງການການເຄື່ອນໄຫວ, ພຶດຕິກຳ ແລະ ຮັກສາສົມດຸນພາຍໃນຮ່າງກາຍ ເຊັ່ນ: ການເຕັ້ນຂອງຫັວໃຈ, ຄວາມດັນເລືອດ, ສົມດຸນຂອງແຫຼວໃນຮ່າງກາຍ ແລະ ອຸນຫະພູມເປັນຕົ້ນ ຫນ້າທີ່ຂອງສະຫມອງຍັງມີໜ້າທີ່ກ່ຽວຂ້ອງກັບການຮັບຮູ້ອາລົມ, ຄວາມຈື່ຈຳ ການຮຽນຮູ້ການເຄື່ອນໄຫວ ແລະ ຄວາມສາມາດອື່ນໆ ທີ່ກ່ຽວກັບການຮຽນຮູ້.
ຮູ້ໄວ້ກໍ່ດີວ່ານີ້ຄື ນິໄສ 10 ຢ່າງ ທີ່ເຮັດໃຫ້ສະຫມອງເສື່ອມແຕ່ຄົນເຮົາມັກບໍ່ຮູ້ຕົວເອງວ່າພຶດຕິກຳບາງຢ່າງທີ່ເຮັດລົງໄປ ນອກຈາກຈະເປັນການທຳຮ້າຍຮ່າງກາຍອີກ
1, ບໍ່ກີນອາຫານເຊົ້າ: ຫຼາຍຄົນຄິດວ່າການບໍ່ກີນອາຫານເຊົ້າ ແລ້ວຈະເຮັດໃຫ້ລະດັບນ້ຳຕານໃນເລືອດຕ່ຳ ແຕ່ນີ້ຈະເປັນສາເຫດໃຫ້ສານອາຫານໄປລ້ຽງສະຫມອງບໍ່ພຽງພໍເຮັດໃຫ້ສະຫມອງເສື່ອມ
2, ກີນອາຫານຫຼາຍເກີນໄປ: ການກີນອາຫານຫລາຍເກີນໄປຈະເຮັດໃຫ້ຫຼອດເລືອດແດງໃນສະຫມອງແຂງຕົວ ເປັນສາເຫດໃຫ້ເກີດພະຍາດຄວາມຈຳສັ້ນ
3, ການສູບຢາສູບ: ເປັນສາເຫດໃຫ້ເປັນພະຍາດສະຫມອງຝໍ່ ແລະ ເປັນສາເຫດຂອງພະຍາດອັນໄຊເມີ
4, ກີນຂອງຫວານຫລາຍເກີນໄປ: ການກີນຂອງຫວານຫລາຍ ຈະໄປຂັດຂວາງການດູດຊືມໂປຣຕີນ ແລະ ສານອາຫານທີ່ເປັນປະໂຫຍດ ເປັນສາເຫດຂອງການຂາດສານອາຫານ ແລະ ຂັດຂວາງການພັດທະນາສະຫມອງ
5, ມົນລະພິດ: ສະຫມອງເປັນສ່ວນທີ່ໃຊ້ພະລັງງານຫລາຍທີ່ສຸດໃນຮ່າງກາຍການສູບເອົາອາກາດທີ່ເປັນມົນລະພິດເຂົ້າໄປຈະເຮັດໃຫ້ອອກຊິເຈນໃນສະຫມອງມີນ້ອຍສົ່ງຜົນໃຫ້ປະສິດທິພາບຂອງສະຫມອງລຸດລົງ
6, ການອົດນອນ: ການນອນຫຼັບຈະເຮັດໃຫ້ສະຫມອງໄດ້ພັກຜ່ອນການອົດນອນເປັນເວລາດົນຈະເຮັດໃຫ້ຊຽວສະຫມອງຕາຍໄດ້
7, ຫົ່ມຜ້າຫົ່ມປົກຫົວ: ການນອນຫົ່ມຜ້າຫົ່ມປົກຄຸມຫົວ ຈະເປັນການເພີ່ມຄາບອນໄດອອກໄຊໃຫ້ຫລາຍຂຶ້ນ ແລະຫຼຸດອອກຊິເຈນໃຫ້ຫນ້ອຍລົງສົ່ງຜົນຕໍ່ປະສິດທິພາບການເຮັດວຽກງານຂອງສະຫມອງ8, ໃຊ້ສະຫມອງໃນຂະນະທີ່ບໍ່ສະບາຍ: ການເຮັດວຽກງານຫລືຮຽນຂະນະທີ່ກຳລັງປ່ວຍ ຈະເຮັດໃຫ້ປະສິດທິພາບການເຮັດວຽກງານຂອງສະຫມອງລຸດລົງຄືກັບການທຳຮ້າຍສະຫມອງໄປໃນຕົວ
9, ຂາດການໃຊ້ຄວາມຄິດ: ການຄິດເປັນສິ່ງທີ່ດີທີ່ສຸດໃນການຝຶກສະຫມອງການຂາດການໃຊ້ຄວາມຄິດຈະເຮັດໃຫ້ສະຫມອງຝໍ່
10, ເປັນຄົນບໍ່ຄ່ອຍເວົ້າ: ທັກສະທາງການເວົ້າຈະເປັນຕົວສະແດງເຖີງປະສິດທິພາບຂອງສະຫມອງ.