ລະບົບໄຟຟ້າເສຍຫາຍໜັກຈາກພາຍຸລະດູຮ້ອນພັດເຂົ້າເທດສະບານແຂວງເຊກອງມື້ວານ

ລະບົບໄຟຟ້າເສຍຫາຍໜັກຈາກພາຍຸລະດູຮ້ອນພັດເຂົ້າເທດສະບານແຂວງເຊກອງ ມື້ວານ ເຮັດໃຫ້ເສົາໄຟຫັກ 40 ກວ່າຕົ້ນ


ໃນຕອນແລງວັນທີ 20 ມີນາ 2021 ເວລາ 17:45 ໂມງ ໄດ້ມີລົມພະຍຸລະດູຮ້ອນພັດເຂົ້າແຂວງເຊກອງເກີດມີຝົນຕົກ, ຟ້າຮ້ອງ ແລະ ລົມແຮງ ເຮັດໃຫ້ລະບົບຈຳໜ່າຍໄຟຟ້າແລວຕາຂ່າຍ 22 ກິໂລໂວນ 03

ວົງຈອນຄື: Feeder 3 , Feeder 6 ແລະ Feeder 7 ໄດ້ຮັບຜົນກະທົບເສຍຫາຍຢ່າງໜັກໜ່ວງ ເຊີ່ງຜົນກະທົບມີຄວາມຍາວປະມານ 1.23 ກິໂລແມັດ.​


-ເສົາເບຕົງ 14 ແມັດ ຫັກຈຳນວນ 10 ຕົ້ນ
– ເສົາເບຕົງ 12 ແມັດຈຳນວນ 19 ຕົ້ນ
– ເສົາເບຕົງ 8 ແມັດ 12 ຕົ້ນ ລວມທັງໝົດ 41 ຕົ້ນ
-ໝໍ້ແປງ 3Phase 100KVA ຈຳນວນ 1 ໜ່ວຍ


-ໝໍ້ແປງ 3Phase 250KVA ຈຳນວນ 1 ໜ່ວຍຄອນສາຍຫັກ, ດອກກັນໄຟແຕກ ແລະ ໝໍ້ນັບໄຟເສຍຫາຍເປັນຈຳນວນຫຼວງຫຼາຍ ຢູ່ບ້ານໂພນໄຊ, ເມືອງລະມາມ, ແຂວງເຊກອງ (ຈຸດຫ້ອງການໄຟຟ້າ

ສາຂາແຂວງເຊກອງ Km 5) ເຮັດໃຫ້ໄຟຟ້າດັບເປັນບໍລິເວນກວ້າງ.​ ດັ່ງນັ້ນ,​ພະນັກງານລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງຈຶ່ງຕັດຊ້ວງໄວ້ ແລ້ວນຳເອົາໄຟຈາກແຂວງອັດຕະປື ເພືື່ອສົ່ງເຂົ້າມາໃຫ້ເທດສະບານແຂວງເຊກອງໄດ້ຊົມໃຊ້ໄຟ.


ໃນປັດຈຸບັນ ລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງ ກຳລັງຂຸ້ນຂຽວ ສຸມໃສ່ປະຕິບັດໜ້າທີ່ຢ່າງຮີບດ່ວນ ເພື່ອກູ້ຄືນລະບົບໄຟຟ້າໃຫ້ສາມາດກັບມານຳໃຊ້ເປັນປົກກະຕິໂດຍໄວ.
ຂ່າວ: ລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງ

 

 

Author: PP

Leave a Reply

Your email address will not be published. Required fields are marked *