ໝາກໝັ່ນຊ່ວຍຫຼຸດນ້ຳໜັກ,ຕ້ານມະເຮັງ ແລະ ປ້ອງກັນເລືອກຈາງ

ໝາກໝັ່ນເປັນຕົ້ນໄມ້ຢືນຕົ້ນຕະກຸນດຽວກັນກັບໝາກຄາຍ,ເປັນໄມ້ທີ່ປູກຢູ່ໃນເຂດໜາວ ລັກສະນະຂອງໃບເປັນຮູບຫອກ ກົກໃບແຫຼ້ມ ,ແຜ່ນໃບສີຂຽວ ຂອບໃບເປັນຈັກຄ້າຍຄືແຂ້ວເລື່ອຍແບບຖີ່ໆ

ອອກດອກຈຳນວນຫຼາຍ,ດອກມີຂະໜາດນ້ອຍ ແລະ ມີສີຂາວ,ເປັນດອກແບບສົມບູນເພດ,ດອກຈະອອກໃນຊ່ວງເດືອນມັງກອນຫາເດືອນກຸມພາຫຼັງຈາກໄດ້ຮັບຄວາມໜາວພຽງພໍ

ໝາກເປັນແບບດຽ່ວຈື່ງຈັດເປັນພວກ stone fruit ໝາກຈະມີຄວາມຫຼາກຫຼາຍຂອງເລື່ອງລົດຊາດ,ສີຂອງໝາກ ແລະ ເນື້ອຂອງໝາກ ເມື່ອໝາກໃຫຍ່ເຕັມຈະມີສີນວນສີຂາວປົກຄຸມເຊິ່ງເອີ້ນວ່າ

ສານເຄືອບ,ເນື້ອມີລົດຊາດຫວານ ຫຼືຫວານອົມສົ້ມ ດ້ານໃນໝາກມີແກ່ນແຂງຢູ່ 1 ແກ່ນ

ເຊີ່ງໝາກໝັ່ນມີປະໂຫຍດ ແລະ ສັບພະຄຸນຢ່າງຫຼວງຫຼາຍຕໍ່ຮ່າງກາຍເຮົາ ,ຊ່ວຍໃນການປັບປຸງຮ່າງກາຍ ແລະ ຄວາມແກ່,ຊ່ວຍປ້ອງກັນພະຍາດເລື້ອລັງຕິດຕໍ່ ເພາະໝາກໝັ່ນເປັນໝາກໄມ້

ທີ່ມີໄຂມັນຕ່ຳ ແລະ  ສານອາຫານສຳຄັນຫຼາຍຊະນິດສູງເຊັ່ນ: ວິຕາມິນ,ຄາໂບໄຮເດດ ແລະ ອື່ນໆ

-ຊ່ວຍເສີມສ້າງພູມຄຸ້ມກັນໄຫ້ຮ່າງກາຍ, ຊ່ວຍປ້ອງກັນ ແລະ ຕໍ່ຕ້ານມະເຮັງ ,ຊ່ວຍຫຼຸດຄວາມສ່ຽງພະຍາດມະເຮັງ, ຊ່ວຍສົ່ງເສີມສຸຂະພາບຫົວໃຈ ແລະ ຫຼຸດຄວາມສ່ຽງການເກີດພະຍາດຫົວໃຈ

ໂດຍ:ລູກຫຼານເມືອງພວນ

 

Author: PP

Leave a Reply

Your email address will not be published. Required fields are marked *