
ທ້າວພວງວິໄລກັບບ້ານເມືອເຫັນໜ້າເປັນຄັ້ງສຸດທ້າຍວອນສັງຄົມຊ່ວຍແນ່ເພື່ອໃຫ້ທາງຄອບຄົວເພີ່ນໃດ້ເອົາສົບກັບເມືອບ້ານ.
ທ້າວ ພວງວິໄລ ອາຍຸ 19 ປີ, ເປັນຄົນບ້ານ ພະລອງ ເມືອງ ພີນ, ແຂວງ ສະຫວັນນະເຂດ ເຂົ້າມານະຄອນຫຼວງວຽງຈັນເພື່ອຫາເງິນສົ່ງກັບໄປບ້ານໃຫ້ພໍ່ແມ່ ແຕ່ເຂົ້າມາເຮັດວຽກບໍ່ພໍຮອດເດືອນເກີດປ່ວຍແຮງກະທັນຫັນ ແລະ ໄດ້ເສຍຊີວີດຍ້ອນພະຍາດຂອງຜູ້ກ່ຽວເອງ. ຊິຈ້າງຄ່າລົດສຸກເສີນເມືອກະບໍ່ມີເງິນຈ້າງ ທາງຄອບຄົວຈື່ງເອົາສົບຝາກໄວໂຮງເຢັນລໍຖ້າກັບບ້ານ.
ດັ່ງນັ້ນ, ເລີຍຂໍໃຫ້ທາງໜ່ວຍກູ້ໄພນະຄອນຫຼວງ 1624 ເມືອສົ່ງໃຫ້ພໍ່ແມ່ ແລະ ຄອບຄົວເຫັນໜ້າເປັນຄັ້ງສຸດທ້າຍດ້ວຍເຖີ້ນ.
ໜ່ວຍກູ້ໄພຂໍເປີດຮັບບໍລິຈາກ ຄົນລະ 5 ພັນ10 ພັນເພື່ອຊື້ນໍ້າມັນລົດ ແລະ ອັດຕາກິນອ້າຍນ້ອງໄປສົ່ງທ້າວ ພວງວິໄລ ຜູ້ເສຍຊີວີດ ໄດ້ກັບບ້ານເຫັນໜ້າຄອບຄົວເປັນຄັ້ງສຸດທ້າຍ.
…………………………………………………………………
ທ່ານໃດຢາກຊ່ວຍເຫຼືອຄ່ານໍ້າມັນ ແລະ ອັດຕາກິນອ້າຍນ້ອງເມືອສົ່ງລວມ 2.000.000 ກີບ (ສອງລ້ານກີບ) ຫຼື ສາມາດບໍລິຈາກເຂົ້າບັນຊີກາງຂອງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ.
ເລກບັນຊີ:
ກີບ/LAK: 010120000993902001
ໂດຣາ/USD: 010120100993902001
ບາດ/THB: 010120200993902001
ຊື່/Name: The Association of Voluntary Rescue Vientiane
ເບີໂທຕິດຕໍ່ 020 22441624.