
ນາມສະກຸນ “ສີພັນດອນ” ແມ່ນນາມສະກຸນໜຶ່ງດຽວຂອງຕະກູນລຸງຄຳໄຕ ສີພັນດອນ ທ່ານເປັນນາຍົກຄົນທີ 2,ຖັດຈາກທ່ານ ປະທານ ໄກສອນ ພົມວິຫານ ດຳລົງຕຳແໜ່ງ 6ປີກວ່າ ແຕ່ປີ 1991-1998,ເປັນປະທານປະເທດຄົນທີ5 ຂອງ ສປປລາວ ຖັດຈາກທ່ານໜູຮັກ ພູມສະຫວັນດຳລົງຕຳແໜ່ງໄດ້ 8 ປີ ແຕ່ປີ 1998-2006.
ພໍ່ເຖົ້າຄຳໄຕ ສີພັນດອນ ເປັນຜູ້ມີອິດທິພົນບົດບາດນຳພາການປົດປ່ອຍຊາດ ຄຽງບ່າຄຽງໄຫຼ່ເຈົ້າສຸພານຸວົງ ແລະ ທ່ານໄກສອນພົມວິຫານ ພ້ອມກັບຜູ້ນຳຜູ້ອື່ນໆ… ໃນໄລຍະທີ່ທ່ານຍັງໜຸ່ມ ໄດ້ສ້າງໃຫ້ລູກໆມີຄວາມຫ້າວຫັນ,ຝັກໃຝ່ການເມືອງ ແລະສັ່ງສອນສິນທຳປະຕິວັດຈົນສາມາດຜັນຕົວເຂົ້າສູ່ແວດວົງການເມືອງໃນລະດັບສູງເຊິ່ງຖືກຮັບຮອງໂດຍກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ IX ວັນທີ 22 ມີນາ 2021 ມີດັ່ງນີ້:
1. ທ່ານສອນໄຊ ສີພັນດອນ ເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ສະໄໝທີ2 (ກ່ອນນີ້ເຄີຍເປັນເຈົ້າແຂວງຈຳປາສັກ)
2. ທ່ານວຽງສະຫວັດ ສີພັນດອນ ເປັນລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ.
3. ທ່ານນາງວຽງທອງ ສີພັນດອນ ເປັນປະທານໄອຍະການປະຊາຊົນສູງສຸດ (ເຄີຍເປັນປະທານກວດສອບແຫ່ງລັດ).
4. ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.
ນັບວ່າເປັນຄວາມພາກພູມໃຈຂອງມວນຊົນລາວ ທີ່ໄດ້ເຫັນການນຳຮຸ່ນສືບທອດທີ່ເຕັມປ່ຽມໄປດ້ວຍຄວາມຮູ້ຄວາມສາມາດ ແລະມີສິນທຳປະຕິວັດ, ເຊິ່ງປະຊາຊົນລາວທັງຊຮດຝາກຄວາມຫວັງໄວ້ ກັບຜູ້ນຳທຸກໆທ່ານ, ນຳພາປະເທດຊາດອອກຈາກປະເທດດ້ອຍພັດທະນາ ແລະກ້າວສູ່ສີວິໄລເທື່ອລະກ້າວ.