ແຈກ 5 ສູດຢາສະໜຸນໄພ ແກ້ພະຍາດປະດົງຄໍ້

ທ່ານໃດທີ່ມີບັນຫາປວດແຂ່ງ ປວດຂາ ຄໍ້ຂາ ຄໍ້ມື ຈັງ ອັນເກີດຈາກພະຍາດປະດົງ ຈະເປັນຍ້ອນກໍາມະພັນ ອາຫານການກິນ ຫຼື ຕາມອາຍຸທີ່ຫຼາຍຂຶ້ນກໍຕາມ ເມື່ອອາການເກີດຂຶ້ນຫາກທ່ານຍັງບໍ່ທັນໄປປຶກສາແພດ ຫຼື ໄປກວດມາແລ້ວແຕ່ອາການຍັງບໍ່ດີຂຶ້ນເລີຍ ລອງມາຮັບປະທານສະໝຸນໄພໃກ້ຕົວເບິ່ງບາງທີອາດຊ່ວຍໃຫ້ພະຍາດດີຂຶ້ນໄດ້ ຕາມສູດປຸງແຕ່ງ 5 ສູດນີ້ເລີຍ:

ສູດທີ່ 1: ນໍາເອົາໃບຢານາງ 5 ໃບ ແລະ ໃບເຕຍ 5 ໃບມາ ແລ້ວເອົາມາຕົ້ມໃນນໍ້າ 2 ລິດ ດື່ມທຸກມື້ ຈະຊ່ວຍຫຼຸດອາການປະດົງ ແລະ ລຸມມະຕອຍໄດ້ ແຖມຍັງຊ່ວຍຫຼຸດຫິນປູນໄດ້ດີສຸດໆ.

ສູດທີ່ 2: ນໍາເອົາໝາກຫຸ່ງດິບ 1 ໜ່ວຍ ບໍ່ຕ້ອງປອກເປືອກ ລ້າງໃຫ້ສະອາດ ປາດເປັນຕ່ອນໆ ແລ້ວເອົາມາຕົ້ມໃນນໍ້າ 3 ລິດ ດື່ມທຸກມື້ອາການປວດຈະຄ່ອຍໆເຊົາ.

ສູດທີ່ 3: ໃບຜັກອີ່ຮຸມ 3 ຍອດ ມາຕົ້ມໃນນໍ້າ 2 ລິດ ຕົ້ມນໍ້າດື່ມທຸກມື້ ຈະຊ່ວຍຫຼຸດອາການປະດົງໄດ້.

ສູດທີ່ 4: ໃບໝາກຍໍ 4 ໃບ ແລະ ໃບໝາກຕູມແຫ້ງ 1 ປ່ຽງ ຂາງໄຟໃຫ້ເຫຼືອງແລ້ວນໍາມາຕົ້ມກັບນໍ້າ 3 ຕຸກ ຂ້ຽວໃຫ້ເຫຼືອ 2 ຕຸກ ດື່ມຕາງນໍ້າທຸກມື້ຈົນກວ່າຈະເຊົາ.

ສູດທີ່ 5: ນໍ້າໝາກຂີ້ຮູດຜະສົມນໍ້າເຜີ້ງ ແລ້ວເອົານໍ້າອຸ່ນຕື່ມໃສ່ເລັກໜ້ອຍ ຫຼື ເປັນນໍ້າເຢັນກໍໄດ້ ປະສົມໃຫ້ເຂົ້າກັນ ແລ້ວດື່ມທຸກມື້.

ນອກນັ້ນທ່ານຄວນງົດ ຫຼື ຜ່ອນໆອາຫານທີ່ເປັນສາເຫດຂອງການເກີດພະຍາດປະດົງ ເຊັ່ນ: ຊີ້ນສັດປີກ, ປາດຸກ, ປາຊາດິນ, ປາໄສ້ຕັນ ກຸ້ງ, ໄຂ່ປາ, ນໍ້າຕົ້ມກະດູກ, ກະປິ, ກະຖິນ, ກະເດົາ…

ສໍາລັບອາຫານທີ່ຊ່ວຍຫຼຸດອາກາດປວດຂອງປະດົງແມ່ນອາຫານ: ໃບຜັກອີ່ຫຸມລວກຈໍ້າແຈ່ວ, ແກ່ນໝາກເດືອຍກັບເຂົ້າຈ້າວຕົ້ມເຂົ້າກັນຮັບປະທານເປັນປະຈໍາ, ກິນໃບນາງສົດ 10 ໃບ.

 

Author: PP

Leave a Reply

Your email address will not be published. Required fields are marked *