ປັບຂື້ນ ຄ່າເຂົ້າຊົມສະຖານທີ່ທ່ອງທ່ຽວຕາດກວາງຊີ ຫຼວງພະບາງ

ພະແນກຖະແຫຼງຂ່າວ , ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຫົວຫນ້າພະແນກ, ອົງການທຽບເທົ່າ, ກອງບັນຊາການ ປກຊ ປກສ, ສະຖາບັນການສຶກສາ, ນັກທ່ອງທ່ຽວພາຍໃນແລະຕ່າງປະເທດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຊາບວ່າ:

ການເກັບຄ່າບໍລິການເຂົ້າຊົມອຸດທິຍານນ້ຳຕົກຕາດກວາງຊີ, ປັດຈຸບັນໄດ້ມີການປ່ຽນແປງບັດເຂົ້າຊົມຄົນລາວຈາກ: 10,000 ກີບຕໍ່ຄົນ

ມາເປັນ 15,000 ກີບຕໍ່ຄົນ; ຕ່າງປະເທດ 20,000 ກີບຕໍ່ຄົນ ມາເປັນ 25,000 ກີບຕໍ່ຄົນ , ເນື່ອງຈາກວ່າໄດ້ບວກຄ່າລົດໄຟຟ້າ 5,000 ກີບຕໍ່ຄົນ ເຂົ້າໃນປີ້ດຽວ. ໂດຍເລີ່ມຈັດຕັ້ງປະຕິບັດນັບແຕ່ທ້າຍເດືອນ ມີນາ 2021 ເປັນຕົ້ນໄປ, ພວກເຮົາໄດ້ກຳນົດຈຸດປີ້ເຂົ້າຊົມ ຢູ່ສະຖານີຈອດລົດໄຟຟ້າເບື້ອງຂວາມື ກ່ອນຈະເຖິງບ້ານທ່າແປ້ນ.


ໝາຍເຫດ: ສຳລັບເດັກນ້ອຍທີ່ມີລວງສູງຕຳກວ່າ 110 ຊັງຕີແມັດ, ແມ່ນໃຫ້ເຂົ້າຊົມໂດຍບໍ່ເສຍຄ່າ.
ດັ່ງນັ້ນ, ຈື່ງຂໍຖືເປັນກຽດແຈ້ງມາຍັງບັນດາທ່ານເພື່ອຊາບ ແລະປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

Author: PP

Leave a Reply

Your email address will not be published. Required fields are marked *