
ພະຍາດເບົາຫວານຮັກສາໄດ້ດ້ວຍວິທີທຳມະຊາດຕ້ອນຮັບສຸຂະພາບດີ ແລະ ຫຼຸດນຳ້ຕານໃນເລືອດໄດ້ດ້ວຍສະໝູນໄພສັບພະຄນລຳ່ຄ່າ.
1. ໝາກໄສ້: ໝາກໄສ້ເປັນສະໝູນໄພທີ່ຂື້ນຊື້ໃນເລື່ອງການຫຼຸດລະດັບນຳ້ຕານໃນເລືອດ ເອີ້ນວ່າເປັນສະໝູນໄພເປັນມິດກັບຄົນເຈັບທີ່ເປັນເບົາຫວານຢ່າງແທ້ຈີງເພາະສານຊາແຮນຕີນ (Charatin)
ໃນໝາກໄສ້ມີປະສິດຫຼຸດນຳ້ຕານໃນເລືອດ, ຕ້ານອາການຂອງພະຍາດເບົາຫວານ ແລະ ຊ່ວຍເພີ່ມການຫຼັ່ງຂອງອີນຊູລີນຈາກຕັບອ່ອນເພີ່ມຄວາມທົນທານຕໍ່ກຣູໂຄສຂອງຮ່າງກາຍ ແລະ ຊ່ວຍເລັ່ງການເຜົາຜານນຳ້ຕານໃນເລືອດໄດ້.
2. ເຄືອຕົດໝາ: ເຖີງຊື່ເອີ້ນຈະແປກໄປໜ້ອຍໜື່ງ ແຕ່ສັບພະຄຸນໃນການຫຼຸດລະດັບນຳ້ຕານໃນເລືອດນັ້ນບໍ່ມີບົກຜ່ອງເລີຍແມ່ນແຕ່ໜ້ອຍ ໂດຍມີການສືກສາໃນສັດທົດລອງພົບວ່າ ສານສະກັດຂອງໃບຕົດໝາສາມາດຫຼຸດລະດັບນຳ້ຕານໃນເລືອດໄດ້ດ້ວຍການເພີ່ມການຫຼັ່ງຂອງອີນຊູລີນໃນຮ່າງກາຍ
ອີກທັງສະໝູນໄພຊະນິດນີ້ຍັງມີສານຕ້ານອຸມູນອິດສະຫຼະອີກ ແລະ ຫຼຸດໄຂມັນໃນເລືອດໄດ້ ຂະນະທີ່ສັບພະຄຸນທາງຢາພື້ນບ້ານກໍ່ຍັງມີອີກບໍ່ໜ້ອຍ, ບໍ່ວ່າຈະຊ່ວຍລ້າງພິດ, ແກ້ທ້ອງອືດ, ທ້ອງຜູກ, ແກ້ອ່ອນເພຍ, ຕົກເລືອດ ຫຼື ແມ່ນແຕ່ແກ້ປວດເມື່ອຍກໍ່ຊ່ວຍໄດ້ເຊັ່ນກັນ.
3. ເຫັດຫລິນຈື່: ອີກໜື່ງສຸດຍອດສະໝູນໄພຈີນລຳ້ຄ່າທີ່ອຸດົມໄປດ້ວຍສັບພະຄຸນທາງຢາ ບໍ່ພຽງແຕ່ມີປະໂຫຍດໃນການຮັກສາໂລກພະຍາດເທົ່ານັ້ນ ແຕ່ຍັງມີຄຸນປະໂຫຍດກັບຜູ້ປ່ວຍເປັນໂລກເບົາຫວານເນື່ອງຈາກໃນເຫັດຫລິນຈື່ມີສານໃນກຸ່ມໂພລີແຊ໊ກຄາໄຮ (Polysaccharide)
ເຊີ່ງທີ່ມີລິດກະຕຸ້ນການຫຼັ່ງອີນຊູລີນ ອີກຍັງຊ່ວຍໃຫ້ນຳ້ຕານທີ່ຢູ່ໃນເລືອດຖືກປ່ຽນແປງເປັນພະລັງງານໃຫ້ແກ່ຮ່າງກາຍ ແລະ ເຮັດໃຫ້ລະດັບນຳ້ຕານໃນເລືອດຫຼຸດລົງ.
4. ເຄືອເຂົາຮໍ: ເປັນສະໝູນໄພລົດຊາດຂົມທີ່ຢາກໃຫ້ທ່ານໄດ້ລອງ ເພາະເປັນໜື່ງໃນສະໝູນໄພທີ່ຢູ່ໃນຕຳລັບຢາຊ່ວຍບຳລຸງຫົວໃຈ, ຫຼຸດໄຂ້ ແລະ ຊ່ວຍໃຫ້ຈະເລີນອາຫານ ທີ່ສຳຄັນມີການສືກສາແລ້ວວ່າເຄືອເຂົາຮໍຊ່ວຍຫຼຸດລະດັບນຳ້ຕານໃນເລືອດໄດ້ໂດຍບໍ່ພົບຜົນຂ້າງຄຽງອັນຕະລາຍໃດໆອີກດ້ວຍ ທ່ານອາດຈະຮັບປະທານຍາກເພາະຂົມແຕ່ຢ່າລືມວ່າຫວານເປັນລົມຂົມເປັນຢາ.
5. ຜັກຕຳນີນ: ສະໝູນໄພທີ່ຖືກນຳມາໃຊ້ຮັກສາເບົາຫວານນັບພັນປີ ໂດຍຕຳລາແພດຜັກຕຳນີນສາມາດໃຊ້ໃນການຮັກສາໂລກເບົາຫວານໄດ້ເກືອບຈະທຸກສ່ວນຂອງຕົ້ນ ບໍ່ວ່າຈະເປັນຮາກ, ເຄືອ, ໃບ ອີກຍັງເປັນສະໝູນໄພທີ່ມີປະສິດທິພາບໃນການຫຼຸດລະດັບນຳ້ຕານໃນເລືອດໄດ້.
6. ໝາກແຄ່ງ: ໝາກແຄ່ງປ່າສາມາດຊ່ວຍຫຼຸດລະດັບນຳ້ຕານໃນເລືອດໄດ້ດີ ໂດຍການສືກສາກັບການທົດລອງ ນຳ້ໝາກແຄ່ງສາມາດຊ່ວຍຫຼຸດລະດັບນຳ້ຕານໃນເລືອດໄດ້ ຂະນະທີ່ມີສັບພະຄຸນໃນການຊ່ວຍຍ່ອຍອາຫານໄດ້ ຫຼື ປະກອບໃນການປຸງແຕ່ງອາຫານກໍ່ແຊບເຊັ່ນກັນ.
7. ຫົວກະທຽມ: ສານອັນຊິລີນ (allicin) ທີ່ມີໃນຫົວຫອມທຽມນອກຈາກຈະມີສັບພະຄຸນຊ່ວຍຫຼຸດຄວາມດັນເລືອດ ແລະ ຫຼຸດໄຂມັນໃນເລືອດໄດ້ແລ້ວ ກໍ່ຍັງມີລິດຕໍ່ຕ້ານພະຍາດເບົາຫວານ, ອີກທັງມີການສືກສາພົບວ່າໃນຫົວກະທຽມສາມາດຫຼຸດລະດັບນຳ້ຕານໃນເລືອດ ແລະ ຊ່ວຍເພີ່ມການຫຼັ່ງຂອງອີນຊູລີນໄດ້.
8. ຫວ່ານຫາງແຂ້: ຊ່ວຍຫຼຸດອາການບວມ, ອາການອັກເສບ ແລະ ຊ່ວຍສະໝານບາດແຜໄດ້ເທົ່ານັ້ນ ແຕ່ຫວ່ານຫາງແຂ້ຍັງເປັນສະໝູນໄພທີ່ເໝາະຈະໃຊ້ກັບຜູ້ເປັນພະຍາດເບົາຫວານ, ນຳ້ຂອງຫວ່ານຫາງແຂ້ຈະສາມາດຊ່ວຍຫຼຸດລະດັບນຳ້ຕານໃນເລືອດໄດ້ ໂດຍສະເພາະໃນກຸ່ມຄົນທີ່ເປັນເບົາຫວານ ທັງນີ້ກໍ່ຊ່ວຍຫຼຸດລະດັບນຳ້ຕານໃນເລືອດໄດ້.
9. ຂີງ: ມີລິດຫຼຸດລະດັບນຳ້ຕານໃນເລືອດ ໂດຍສະເພາະໃນຜູ້ທີ່ເປັນເບົາຫວານຊະນິດທີ່ 2 ໂດຍ ການສືກສາຈາກມະຫາວິທະຍາໄລເທັກໂນໂລຊີຣາຊະມົງລັດບູຣີ ເຊີ່ງສືກສາກັບໜູທົດລອງພົບວ່າ ໜູທີ່ໄດ້ກີນສານສະກັດຈາກຂີງມື້ລະ 250 ມີລີກຼາມ.
ນຳ້ໜັກ 1 ກິໂລ ເປັນໄລຍະ 5 ມື້ ຜົນທີ່ໄດ້ຮັບຄື ລະດັບກລູໂຄສໃນເລືອດໜູຫຼຸດລົງ ລວມທັງຊ່ວຍຫຼຸດຄໍເລັດສະເຕີລອນໃນເລືອດໄດ້, ຊ່ວຍສົ່ງຜົນຕໍ່ການເພີ່ມຂື້ນຂອງປະລິມານອີນຊູລີນດ້ວຍ.