
5 ດອກໄມ້ເສີມປາລະມີປູກໄວ້ເຮືອນເສີມໂຊກລາບເອີ້ນເງິນເອີ້ນຄຳໃຫ້ເຮືອນ
ເວົ້າຮອດເລື່ອງຂອງຕົ້ນໄມ້ມົງຄົນ ຫລາຍໆເຮືອນນັ້ນຄົງປູກກັນໄວ້ເຮືອນແນ່ແລ້ວ ແຕ່ຮູ້ຄວາມຫມາຍຂອງແຕ່ລະຕົ້ນໄມ້ບໍ ຫາກນຳມາປູກໄວ້ເຮືອນນັ້ນກໍ່ຈະເອິ້ນຊັບໄດ້ ເພາະຕົ້ນໄມ້ແຕ່ລະຊື່ນັ້ນມີຄວາມທີ່ດີ ແລະ ເປັນມົງຄົນແກ່ເຮືອນທີ່ເຮົາຢູ່ ແລະ ໃນວັນນີ້ເຮົາຈະພາທຸກຄົນນັ້ນໄປຮູ້ຈັກກັບຕົ້ນໄມ້ມົງຄົນທັງ 5 ຊະນິດ ເພື່ອວ່າຄົນທີ່ບໍ່ຮູ້ຄວາມຫມາຍນັ້ນໄດ້ນຳມາປູກໄວ້ເຮືອນ ຈະມີຕົ້ນຫຍັງກັນແດ່ນັ້ນເຮົາໄປເບິ່ງນຳກັນລຸ່ມນີ້:
1 ກວັກໂພເງິນໂພທອງວ່ານທັງ 2 ຊະນິດນີ້ຕ່າງກັນບ່ອນທີ່ລາຍຫນ້າໃບ ຖ້າເປັນກວັກໂພເງິນຈະມີລາຍສີຂາວແລະກວັກໂພທອງມີສີແດງອົມຊົມພູ ລັກສະນະໃບກວ້າງຄ້າຍໃບໂພເພາະຢູ່ໃນຕະກູນດຽວກັບບອນການປູກໃຫ້ໃຊ້ຫົວຫຼືຫນໍ່ປູກລົງດິນປົນຊາຍປະສົມໃບໄມ້ແຫ້ງແລະຟາງຂ້າວຫຼືໃບຈາມຈຸຣີກໍ່ໄດ້ (ເຄັດລັບໃນກາຫົດນ້ຳ ຫາກຈະຫົດໃນຕອນແລງຕ້ອງຖ້າໃຫ້ໂຖເຢັນກ່ອນຈຶ່ງຈະຫົດໄດ້) ວ່ານນີ້ໃຊ້ໃນການກວັກເງິນກວັກທອງແລະເສີມສະເຫນ່ໃຫ້ກັບຜູ້ປູກ.
2 ລວຍບໍ່ເລິກ
ຕົ້ນລວຍບໍ່ເລິກ ເປັນຕົ້ນໄມ້ມົງຄົນນາມທີ່ມີຄວາມເຊື່ອກັນມາຕັ້ງແຕ່ໂບຮານວ່າ ຖ້າປູກໄວ້ຈະລ່ຳລວຍ ເມື່ອຕົ້ນລວຍບໍ່ເລີກອອກດອກ ຜູ້ປູກຈະມີໂຊກລາບມັ່ງມີ ໃນສ່ວນໃບຂອງວ່ານນີ້ຈະມີລັກສະນະຍາວຫນານຸ່ມ ແລະມີຈຸດຕາມໃບກ້ານດອກສີຂາວຈະອອກຕະຫລອດທັງປີທີ່ສະແດງຖຶງຄວາມຫມັ່ນຄົງທາງການເງິນ ປູກໂດຍການແຕກຫນໍ່ ແລະ ຕັດໃບປັກຊຳ ເປັນພືດທີ່ມັກນ້ຳລາຍ ແຕ່ຕ້ອງຕັ້ງຢູ່ໃນທີ່ແດດ ແລະ ອາກາດຖ່າຍເທສະດວກດີີີ.
3 ເສດຖີເຮືອນນອກ
ເປັນພືດລົ້ມລຸກ ແຕກກໍຄ້າຍເສດຖີ ເຮືອນໃນ ມີໃບຍາວແຫຼມ ແຕ່ຂອບໃບທັງ 2 ຂ້າງຈະເປັນສີຂາວ ຫາກປູກຈົນສາມາດອອກດອກໄດ້ແລ້ວ ຈະຖືວ່າເຈົ້າຂອງນັ້ນກຳລັງຈະມີ ໂຊກລາບກ້ອນໃຫຍ່ ແລະ ຍັງເປັນພືດມົງຄົນທີ່ຊ່ວຍປ້ອງກັນອັນຕະລາຍທັງປວງໃຫ້ຜູ້ປູກອີກດ້ວຍ ວິທີການປູກຈະເຮັດໄດ້ໂດຍການແຍກໜໍ່ ຫຼື ນຳໄຫລມາປູກລົງດິນປົນຊາຍ ຕັ້ງຢູ່ໃນທີ່ແດດບໍ່ຫຼື ຫົດນ້ຳພໍຊຸ່ມແຕ່ບໍ່ຕ້ອງປຽກຫຼາຍເກີີນໄປ.
4 ເສດຖີກ້ານທອງ
ເປັນໄມ້ລົ້ມລຸກທີ່ມີອາຍຸຢູ່ໄດ້ຫລາຍປີ ມີລຳຕົ້ນເປັນເຫງົ້າໃຕ້ດິນ ຂະຫຍາຍອອກເປັນກໍ ມີຊົງພຸ່ມຄ້າຍຮູບຮົ່ມ ກວ້າງປະມານ 48 ຊມ. ມີຄວາມສູງຂອງລຳຕົ້ນປະມານ 45-60 ຊມ. ເປືອກລຳຕົ້ນມີລັກສະນະເປັນສີດຳ ແລະ ມີຢາງໃສໆຢູ່ພາຍໃນ ອອກດອກເປັນຊໍ່ສີຂາວນວນ ຄວນໃຊ້ຫົວປູກລົງໃນດິນປົນຊາຍປະສົມແກບເຜາ ໃຫ້ຕັ້ງໄວ້ໃນທີ່ແດດພໍປະມານ ແລະ ຫົດນ້ຳພໍຊຸ່ມ ເພາະມັກຄວາມຊື້ນ ໃຊ້ເປັນເມດຕາມຫານິຍົມ ເອິ້ນເງິນທອງໃຫ້ກັບຜູ້ປູກ ຈຶງເຫມາະສົມກັບຮ້ານຄ້າຫຼືຄົນເຮັດທຸລະກິິິິດເທົ່ານັ້ນ.
5 ກວັກນາງພະຍາມະຫາເສດຖີ
ລັກສະນະຂອງໃບທັງກວ້າງ ແລະ ໃຫຍ່ປາຍແຫລມແລະກ້ານໃບສູງ ອອກດອກເປັນຊໍ່ສີຂາວ ແບ່ງເປັນຊໍ່ລະ 8-9 ດອກ ໃຊ້ຫົວປູກລົງໃນດິນປົນຊາຍ ປະສົມເສດອິດແລະໃບກ້າມປູ ຫົດນ້ຳປານກາງຕັ້ງໄວ້ໃນທີ່ສູງທີ່ມີແດດ ຈະຊ່ວຍເອິ້ນໂຊກລາບໃຫ້ເຂົ້າມາບໍ່ຂາດສາຍ ວ່ານກວັກນາງພະຍາຖ້າປູກໄວ້ຫນ້າເຮືອນ ຫນ້າຮ້ານ ຈະຊ່ວຍເອີ້ນຊັບ ໄດ້ຮັບໂຊກຢູ່ສະເຫມີ ຊ່ວຍທັງເລື່ອງການຄ້າຂາຍດີ ມີລູກຄ້າມາອຸດຫນຸນຫຼາຍ ໃຫ້ດີຕ້ອງທ່ອງບົດສວດນີ້ດ້ວຍ ມິຖິຢາໂນ ມະຫາລາໂພ ໂຫຕຸ ພະວັນຕຸເມ 3 ຈົບ ຈະເປັນມົງຍິ່ງ ຫາກອອກດອກໃຫ້ຜ້າແພມາຜູກຮັບຂວັນເສີມມົງຄົນໃຫ້ແກ່ເຮົາໄດ້.