ຄວາມຮູ້ລ້ວນໆ!! ວິທີປູກແລະກ້າແກ່ນ ” ຕົ້ນໝາກມັງກອນ ” ສຸດງ່າຍບໍ່ຈຳເປັນຕ້ອງຊື່ຕົ້ນແນວພັນແພງໆໃຫ້ເສຍເງີນ

ໝາກມັງກອນເປັນໝາກໄມ້ທີ່ມີປະໂຫຍດທາງດ້ານໂພສະນາການ ແລະ ມີລົດຊາດທີ່ບໍ່ຫວານຫຼາຍ ກິນໄດ້ກໍ່ບໍ່ຕຸ້ຍ ປັດຈຸບັນມີການປູກຕົ້ນໝາກມັງກອນເກືອທຸກທ້ອງຖິ່ນ ເພາະໝາກມັງກອນເປັນພືດປູກງ່າຍ ແລະ ສາມາດປູກໄດ້.


ທຸກສະພາບດິນ ຊຶ່ງສ່ວນໃຫຍ່ແລ້ວທີ່ເຮົາເຄີຍເຫັນຈະເປັນສາຍພັນທີ່ມີໃນສີຂາວ ແລະ ສີມ່ວງຈະມີຕົ້ນສຳລັບປູກແບບປັກຊຳໄດ້ ແຕ່ສຳລັບໝາກມັງກອນສີເຫຼືອງເຮົາຈະໄດ້ເປັນແບບໝາກສຸກຕາມທ້ອງຕະຫຼາດ.


ຖ້າເຮົາຢາກໄດ້ຕົນພັນຈະເຮັດແບບໃດ? ມື້ນີ້ເຮົາມີວິທີແນະນຳວິທີກ້າຕົ້ນໝາກມັງກອນຈາກແກ່ນທີ່ເຮົາຊື້ມາກິນໃຫ້ຮູ້ສຳລັບທ່ານທີ່ຍັງບໍ່ມີຄວາມຮູ້ໃນການປູກຕົ້ນໝາກມັງກອນ


1. ຄັດແຍກແກ່ນໄວ້ເພື່ອທີ່ຈະເອົາໄວ້ປູກ.


2. ສຳເລັດແລ້ວນຳໄປລ້າງນໍ້າແຍກເອົາສ່ວນທີ່ເປັນສີຂາວອອກໃຫ້ໝົດເຫຼືອແຕ່ສະເພາະແກ່ນສີດຳເທົ່ານັ້ນເນື່ອງຈາກຖ້າຕິດສ່ວນທີ່ເປັນສີຂາວຈະບໍ່ໄດ້ເຫັນຕົ້ນໝາກມັງກອນເພາະໝູຫຼືມົດຈະມາກິນແກ່ນໝາກມັງກອນທີ່ຕິດຢູ່ກັບແກ່ນ


3. ເຖິງເວລາເລີ່ມນຳມາກ້າໄດ້ເລີຍ ໂດຍໃຊ້ກະດາດທິຊູ່ຈຸ່ມນໍ້າໃຫ້ຊຸ່ມແລ້ວນຳແກ່ນໝາກມັງກອນໂຮຍໄວ້ເທິງກະດາເທິງຊູ່ໝັ່ນສັງເກດບໍ່ຄວນໃຫ້ທິຊູ່ແຫ້ງຖ້າແຫ້ງໃຫ້ພົມນໍ້າ


4. ພໍຮາກເລີ່ມງອກຫຼາຍຄ່ອຍນຳໄປປູກໃນດິນ ຊໍ່ານີ້ເຮົາກໍ່ຈະໄດ້ຕົ້ນໝາກມັງກອນເປັນຂອງເຮົາເອງແລ້ວ

ໂດຍ:ລູກຫຼານເມືອງພວນ

Author: PP

Leave a Reply

Your email address will not be published. Required fields are marked *