ຫາມາຕົ້ມກິນເລີຍ..!! ເຄືອຕົດໝາ ຊ່ວຍໃຫ້ນ້ອງຊາຍແຂງແຮງ ແລະ ຍັງຊ່ວຍຫຼຸດນໍ້າຕານໃນເລືອດ

ໃຜ​ຈະ​ຮູ້​ລະ​ວ່າ​ເໝັນໆ ແຕ່​ເປັນ​ຢາດີຫຼາຍ​ຢ່າງ ຫຼາຍ​ຄົນ​ອາດ​ເຄີຍ​ຕັດ​ຖິ້ມ ແຕ່​ບາດ​ນີ້​ຄົງ​ຈະ​ຈົງ​ໄວ້​ແລ້ວ ສຳ​ລັບ​ເຄືອ​ນີ້ “ເຄືອ​ຕົດ​ໝາ” ເປັນ​ເຄືອ ຫຼື ພືດ​ທີ່​ມີ​ກິ່ນ​ເໝັນ ເໝັນ​ແຮງ​ຄື​ຕົດ ແຕ່​ວ່າ​ໂຫດ​ຮ້າຍກວ່າ​ນັ້ນ ໃຜ​ຢາກ​ຮູ້​ໃຫ້​ໄປ​ດົມ​ເບິ່ງ​ເດີ້ 555


ແຕ່​ຕັດ​ເລື່ອງ​ຄວາມ​ເໝັນ ຫຼື ກິ່ນ ບໍ່​ເພິງ​ປະ​ສົງ​ໄປ​ກ່ອນ​ເພາະ​ສັບ​ປະ​ຄຸນ​ຂອງ ເຄືອ​ຕົດ​ໝາ​ມີ​ສາ​ລະ​ພັດປະ​ໂຫຍດ ຕາມ​ນີ້
ເຄືອຕົດຫມາ ແມ່ນພືດທີ່ເປັນຢາສະໝຸນໄພ ແລະ ກີນເປັນອາຫານໄດ້ ຈະ​ມີ​ພັນ​ໃບ​ນ້ອຍ ແລະ ໃໃບໃຫຍ່


ສາ​ມາດແກ້​ອາ​ການເຈັບຫົວ ຫລື ຄໍແດງ, ແກ້ພິດໄຂ້, ຖອກທ້ອງ, ທ້ອງອຶດຈາກການບໍ່ຂັບຖ່າຍຫລາຍມື້, ໃຊ້​ເປັນຢາຖອນພິດງູ, ​ແກ້ຕາຟາງຕາມົວ, ແກ້ເປັນ​ໜິ້ວ ແລະ ໃຊ້ເປັນຢາຂ້າພະຍາດໂຕກົມ.


ນອກ​ຈາກ​ນັ້ນ ຍັງເປັນຢາຊ່ວຍໃຫ້ແມ່ລຸກອ່ອນມີນໍ້ານົມມາປົກກະຕິ ມາຫລາຍຂື້ນໄດ້.​ເຊິ່ງຊັບພະຄຸນທີ່ກ່າວມານັ້ນແມນໃຊ້ທຸກສ່ວນຂອງມັນ ໃບ, ເຄືອ, ຮາກ ຕາກໃຫ້ແຫ້ງດີ ມາ​ຕົ້ມ​ກິນ​ແທນ​ນ້ຳ, ນອກ​ຈາກ​ນັ້ນ​ໃບ​ດິບໆ​ມັນ​ຍັງ​ສາ​ມາດ​ນຳ​ມາ​ເປັນ​ພັກ​ກັບ​ລາບ, ກັບກັບແກ້ມຕ່າງໆໄດ້ແບບ​ນີ້​ຕ້ອງ​ມີ​ໄວ້​ຄູ່​ເຮືອນ​ຄູ່​ບ້ານ​ແລ້ວ…

Author: PP

Leave a Reply

Your email address will not be published. Required fields are marked *