
ພົບການຖີ້ມຂີ້ເຫຍື້ອຊະຊາຍເປັນຈຳນວນຫຼາຍຕາມເສັ້ນທາງແຕ່ແຍກຕະຫຼາດດົງໝາກຄາຍຫາເສັ້ນທາງເຂົ້າບ້ານດົງໝາກຄາຍ
ເມືອງໄຊທານີ,ນະຄອນຫຼວງວຽງຈັນ ໃນວັນທີ່ 27 ມີນາ 2021 ມີຜົນລະເມືອງດີຊື່ sitthiphone Rwaii ໂພດວ່າ:ບັນຫາການຖີ້ມຂີ້ເຫື້ອຊະຊາຍ
ນັບມື້ນັບເພີ່ມທະວີຂື້ນຈຸດໜັກແມ່ນຕັ້ງແຕ່ແຍກຕະຫຼາດດົງໝາກຄາຍຫາເສັ້ນທາງເຂົ້າບ້ານດົງໝາກຄາຍ,ເມືອງໄຊທານີ,ນະຄອນຫຼວງວຽງຈັນ
ເຊີ່ງຂີ້ເຫື້ອຈະຖືກຖອກຖີ້ມ2ຈຸກຫຼັກໆ (ເບີ່ງລະອຽດໃນແຜນທີ່) ຕາມເສັ້ນທາງລຽບປ່າສະຫງວນຫ້ວຍຍາງ,ການບໍ່ມີຄວາມຮັບຜິດຊອບຂອງບາງກຸ່ມຄົນໄດ້ສົ່ງຜົນກະທົບຕໍ່ຜູ້ສັນຈອນໄປ-ມາ ໂດຍສະເພາະແມ່ນປະຊາຊົນບ້ານດົງໝາກຄາຍ ແລະ ຕໍ່ສັງຄົມ ຜູ້ຂີ້ລົດກາຍໄປມາສົ່ງກິ່ນເໝັນ,ພາບພົດ
ແລະ ສະພາບແວດລ້ອມເຊື່ອມສະນັ້ນຈີ່ງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມກວດກາຕື່ມ ແລະ ປຸກຈິດສຳນຶກໃຫ້ຜູ້ກະທຳແດ່ທ້ອນ