
ຟໄໝ້ເຮືອນປະຊາຊົນ ທີ່ ເມືອງແກ່ນທ້າວ ເສຍຫາຍມູນຄ່າ 30 ກ່ວາລ້ານກີບ ໃນເວລາ 09:32 ນາທີ ຂອງວັນທີ 29 ມີນາ 2021 ນີ້,
ໄດ້ເກີດອັກຄີໄພໄຟໄໝ້ ທີ່ ບ້ານທ້າວແກ່ນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເຊິ່ງເປັນເຮືອນຂອງທ້າວ ພອກ ແສນພັນສິລິ ປະຊາຊົນ ບ້ານທ້າວແກ່ນ ເຮືອນຫຼັງດັ່ງກ່າວເປັນເຮືອນ 2 ຊັ້ນ ເຄິ່ງໄມ້ເຄິ່ງປູນ.
ສາເຫດເກີດຈາກການສູບຢາແລ້ວຖິ້ມຊະຊາຍ ຈຶ່ງພາໃຫ້ເກີດໄຟໄໝ້ ຜ່ານການເກັບກໍາຂໍ້ມູນລວມມູນຄ່າເສຍຫາຍທັງໝົດ 30,670,000 ກີບ.
ໂດຍ:ລູກຫຼານເມືອງພວນ