
ເປັນໄມ້ຢືນຕົ້ນ, ເນື້ອແຂງ ແລະ ຫຼົ່ນໃບ, ສູງ 15-25 ມ, ເສັ້ນຜ່າສູນກາງ 25-50 ຊມ. ມີໝາມແຫຼມຕາມກິ່ງຍ່ອຍ, ອາດເປັນໝາມຄູ່ ຫຼື ໝາມດ່ຽວ, ເປືອກໝາ ແລະ ເປັນສີເທົາ, ເປືອກແຕກເປັນຮ່ອງຕາມຄວາມຍາວຂອງລໍາຕົ້ນ, ມີໝາມຂື້ນຕາມກິ່ງທົ່ວລໍາຕົ້ນ, ໝາມຈະແຂງ, ຍາວ 2-3.5 ຊມ. ໃບປະສົມ, ກ້ານໃບຍາວ 3-5 ຊມ, ປະກອບດ້ວຍໃບຍ່ອຍ 3 ໃບ, ໃບຍ່ອຍເປັນຮູບໄຂ່, ກ້ວາງ 3.0-6.0 ຊມ, ຍາວ 4.0-12.0 ຊມ, ຂອບແຂ້ວເລື້ອຍ, ປາຍແຫຼມ, ແຜ່ນໃບລຽບ, ແຜ່ນໃບດ້ານເທິງສີຂຽວເປັນມັນ ແຜ່ນໃບດ້ານລຸ່ມມີສີຈາງກວ່າ, ຫາກນໍາໃບສ່ອງໃຕ້ແດດຈະເຫັນມີຕ່ອມນໍ້າມັນເປັນຈຸດໆ.
ດອກສົມບູນເພດ, ອອກເປັນຊໍ່, ດອກມີຂະໝາດນ້ອຍ, ກີບດອກມີສີຂຽວອົມຂາວ, ຍາວ 0.6-1.0 ຊມ, ເປັນແສກ 5 ກີບ, ມີກິ່ນຫອມ, ເກສອນຜູ້ຈໍານວນຫຼາຍ ແລະ ເຕົ່າໄຂ່, ມີຖົງລະອອງເກສອນສີຂາວ 35-45 ອັນ, ດອກແທງອອກເປັນຊໍ່ຕາມຊອກໃບ, ອອກຕາມປາຍກິ່ງ. ໝາກກົມ ມີເປືອກລຽບເປັນມັນ ເປືອກໝາ ແລະ ແຂງ, ໝາກອ່ອນຈະມີສີຂຽວ, ເມື່ອໝາກສຸກຈະມີສີຂຽວອົມເຫຼືອງ, ເມື່ອສຸກເຕັມທີ່ຈະເປັນສີເຫຼືອງ, ສົ່ງກິ່ນຫອມ ເນື້ອມີສີເຫຼືອງ ຫຼື ສົ້ມອົມເຫຼືອງ. ມີແກ່ນຈໍານວນຫຼາຍລຽງເປັນວົງກົມຮອບແກນໝາກ.
ຍອດອ່ອນມີລົດຊາດຮືນ ກິນເປັນຜັກສົດກັບເອາະ ກັບປົ່ນ, ກັບລາບ ຫຼື ຊຸບໃສ່ໝໍ່ໄມ້. ໝາກຕາກແຫ້ງ ຕົ້ມນໍ້າດື່ມເປັນຢາແກ້ທ້ອງບິດ ແລະ ບຳລຸງ. ເນື້ອໄມ້ສາມາດນຳໃຊ້ເປັນສີ່ງປູກສ້າງໄດ້ດີ. ມີຄຸນຄ່າທາງໂພສະນາການ ນໍ້າ 61.4 ກຼາມ, ຂີ້ເທົ່າ 1.7 ກຼາມ, ຄາໂບໄອເດດ 34.7 ກຼາມ, ໂປຼຕິນ 1.8 ກຼາມ, ໃຍອາຫານ 2.9 ກຼາມ, ວິຕາມິນເອ 92 mg, ວິຕາມິນບີໝຶ່ງ 1.3 mg, ວິຕາມິນບີສອງ 1.19 mg, ແຄ່ຊຽມ 85 mg, ຟົດສະຟໍ 50 mg, ທາດເຫຼັກ 0.6 mg.
ວີທີໃຊ້: ຊອຍໝາກຕາດແຫ້ງເປັນປ່ຽງບາງໆແລ້ວເອົາມາຕົ້ມນ້ຳດື່ມ