ໄຟຟ້າຢູ່ແຂວງວຽງຈັນເສຍຫາຍຫຼາຍຈຸດ 11 ບ້ານໄດ້ຮັບຜົນກະທົບຈາກພາຍຸເຂົ້າໃນມື້ທີ່ຜ່ານມາ

ໃນຄືນວັນທີ 28 ມີນາ 2021 ທີ່ຜ່ານມາ ແຂວງວຽງຈັນ ໄດ້ເກີດມີພາຍຸລະດູຮ້ອນພັດຜ່ານໃນຂອບເຂດ ເມືອງທຸລະຄົມ ເປັນສາເຫດເຮັດໃຫ້ອຸປະກອນໄຟຟ້າໄດ້ຮັບຜົນເສຍຫາຍເປັນບໍລິເວນກວ້າງສົມຄວນ ຕອນນີ້ຍັງບໍ່ທັນສະຫຼຸບໄດ້ເປັນມູນຄ່າເທື່ອ.

ເຂດທີ່ໄດ້ຮັບຜົນກະທົບປະກອບມີເຂດບ້ານ ວັດກາງ ສາຍຕາຂ່າຍ 0,4 ຂາດ 2 ເສັ້ນ, ລູກຟີວຂາດ 2 ກ້ອນ, ບ້ານ ນໍ້າພະນາຍ ລູກຟີວ 0,4 ຂາດ 3 ກ້ອນ, ບ້ານ ນາລ້າ ລູກຟີວ 0,4 ຂາດ 5 ກ້ອນ, ຟີວແຍກແລວສາຍ ໄຟຟ້າແຮງດັນ 22 ກວ ຂາດ 1ເສັ້ນ, ດອກກັນໄຟ 22ກວ ພ້ອມຂາຕັ້ງແຕກ 3 ດອກ, ບ້ານ ບຸ່ງບ້າວ ຟິວຕັດຊ່ວງ 22 ກວ ຂາດ 2 ເສັ້ນ, ບ້ານ ໂພນແພງ ຟິວຕັດຊ່ວງ 22 ກວ ຂາດ 5 ເສັ້ນ, ບ້ານ ນາແພງ ສາຍຕາຂ່າຍ 0,4 ກວ ຂາດ 1 ເສັ້ນ, ລູກຟີວຂາດ 1 ກ້ອນ, ບ້ານ ນາຄອງຟິວ 22 ກວ ແຍກລ່າຍ ຂາດ 2 ເສັ້ນ, ບ້ານ ສີວິໄລ ເສົາເຫຼັກຫັກ 1 ຕົ້ນ, ກົງເຕີ ໄໝ້ 1 ໜ່ວຍ, ບ້ານ ຄໍາແສນ, ບ້ານ ນາໝາກ, ບ້ານ ໂພນໂຮງນາຝ້າຍ ແລະ ບ້ານ ດົງ ກົງເຕີ ໄໝ້ ບ້ານລະ 1 ໜ່ວຍ.


ດັ່ງນັ້ນ , ສູນບໍລິການໄຟຟ້າເມືອງທຸລະຄົມ ທີ່ຂື້ນກັບ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງວຽງຈັນ ຈຶ່ງໄດ້ຮີບຮ້ອນແກ້ໄຂລະບົບຈໍາຫນ່າຍໄຟຟ້າໃຫ້ປະຊາຊົນໃນເຂດເມືອງດັ່ງກ່າວ ແລະ ສາມາດປ່ອຍກະແສໄຟຟ້າໃຫ້ເປັນປົກກະຕິແລ້ວໃນເວລາຕໍ່ມາ.

ໂດຍ:ລູກຫຼານເມືອງພວນ

 

Author: PP

Leave a Reply

Your email address will not be published. Required fields are marked *