ປ່ວຍໜັກ..!! ນັກດົນຕີຈາກ ຮ້ານອາຫານຕົ້ນຄູນ ທີ່ເຄີຍສ້າງຄວາມມ່ວນຊື່ນ ສ້າງຄວາມຮັກແພງ ແລະ ສ້າງຄວາມສາມັກຄີ

ສະບາຍດີ ອ້າຍເອື້ອຍນ້ອງ ໝູ່ຄູ່ທຸກໆຄົນ
ໃນຂະນະນີ້ ສະຫາຍ ຕົ່ງ ຫຼື ທ້າວ ຄູນຄຳ ຟອງວິໄລ ນັກດົນຕີຈາກ ຮ້ານອາຫານຕົ້ນຄູນ ທີ່ເຄີຍສ້າງຄວາມມ່ວນຊື່ນ ສ້າງຄວາມຮັກແພງ ແລະ ສ້າງຄວາມສາມັກຄີ ໃຫ້ບັນດາແຂກແລະເພື່ອນມິດສະຫາຍແຕ່ລະຄົນ

ໃນຂະນະນີ້ຂ້າພະເຈົ້າ ຂໍອານຸຍາດຕາງໜ້າຄອບຄົວ ຂໍແຈ້ງຂ່າວ ໃຫ້ໝູ່ເພື່ອນຮັກແພງ ໃດ້ຊາບທົວເຖີງກັນວ່າ ຕົ່ງລົ້ມປວ່ຍໜັກ ໃນຂະນີ້ໃດ້ນອນປິ່ນປົວຢູ່ທີ່ໂຮງໝໍມິດຕະພາບ “ຕືກມໍລະສຸມ ເຊິ່ງເບື້ອງຕົ້ນ ຕົ່ງໃດ້ມີອາການຊ໋ອກໝົດສະຕິ ຕັ້ງແຕ່ວັນທີ່30 ເດືອນ3 ເວລາ 11:30ນາທີ່ ເຊິງສະຫາຍຕົ່ງ ໃດ້ລົ້ມປ່ວຍກະທັນຫັນ ທາງຄອບຄົວ ຍາດພີ່ນ້ອງຈຶ່ງໃດ້ນຳສົ່ງມາປິ່ນປົວຂັ້ນເບຶ້ອງຕົ້ນ ພົບວ່າອາການຂອງຕົ່ງນັ່ນ ເສັ້ນເລືອດໃຫຍ່ທີ່ໄປລໍລ້ຽງສະໝອງນັ້ນອຸດຕັນ ເຮັດໃຫ້ຮ່າງກາຍບໍສາມາດເໜັ່ງຕີງແລະທຳງານໃດ້

ທາງຍາດພີ່ນ້ອງແລະເພື່ອນໆ ຕ່າງກໍມາໃຫ້ກຳລັງໃຈແລະຄອຍປະຕິຫານແລະຫວັງວ່າຕົ່ງຈະກັບມາສ້າງຄວາມສຸກມ່ວນຊື່ນໃຫ້ກັບທຸກຄົນອີກຄັ້ງ ຈົນມາຮອດປັດຈຸບັນ ຂອງວັນທີ່31 ເດືອນ3 ຕົ່ງໃດ້ຮູ້ສືກໂຕຮ່າງກາຍເລີ້ມຕອບສະໜອງຂຶ້ນມາ “ຕີນມືເລີ້ມເໜັງໃດ້ພຽງເລັກນ້ອຍແຕ່ຍັງຢູ່ໃນຂັ້ນໂຄມ້າ ອາການໜັກ ແລະຄ່າໃຊ້ຈ່າຍກໍເພີ່ມຂື້ນຊຶ່ງຕົ່ງເອງແລະຄອບຄົວ ເງື່ອນໄຂການເງິນຂ້ອນຂ້າງຈະລຳບາກ ລູກກໍ2ຄົນຍັງນ້ອຍ ແລະໃນຕອນນີ້ຂ້າພະເຈົ້າຂໍອານຸຍາດຕາງໜ້າຄອບຄົວ

ຈືງຂໍແຈ້ງເຫດຈຳເປັນ ຂໍຄວາມຊ່ວຍເຫຼືອເພື່ອນມະນຸດແລະເພື່ອນໆໃນສັງຄົມ ຂໍຊວ່ຍກັນຄົນລະເລັກນ້ອຍ ເພື່ອເປັນຄ່າໃຊ້ຈ່າຍໃນການປິ່ນປົວ ຮັກສາເອົາຊິວິດຂອງຕົ່ງກັບຄຶນມາສ້າງຄວາມເຮຮາມວ່ນຊື່ນແລະສ້າງຮອຍຍີ້ມ ສຽງເພງໃຫ້ກັບແຂກບັນດາທ່ານອີກຄັ້ງ

ເລກບັນຊີການຄ້າ ຂອງຄອບຄົວ ອ້າຍຕົ່ງເອງ
-ອອກຊື່:ນາງມະນີວອນ ຟອງວິໄລ “ນ້ອງສາວຕົ່ງ”
-ກີບ : 0901 2000 0917 6820 01
-ເບິໂທແມ່ຂອງຕົ່ງ 02055405056
-ກ່ອນອື່ນຂ້າພະເຈົ້າຂໍກ່າວຂອບໃຈທຸກໆຄົນທີ່ເປັນສ່ວນໜື່ງໃນການຮັກສາເອົາຊິວິດຂອງຕົ່ງກັບຄືນມາໃນຄັ້ງນີ້ ບຸນໃດທີ່ທຸກຄົນໃດ້ສ້າງຂໍໃຫ້ບຸນນັ້ນ ອຸ້ມຊູ່ທຸກໆຄົນໃຫ້ປະສົບຜົນລຳເລັດທຸກໆດ້ານແລະຂໍໃຫ້ບຸນນັ້ນຈົ່ງນຳພາໃຫ້ທ່ານແລະຄອບຄົວຈະເລິນໃນໜ້າທີ່ການງານດ້ວຍເຖີນ

ທີ່ມາ:

ໂດຍລູກຫຼານເມືອງພວນ

Author: PP

Leave a Reply

Your email address will not be published. Required fields are marked *