
ມື້ນີ້ ທາງທີມງານ ແບ່ງປັນສາລະຫນ້າຮູ້ ມີສູດນ້ຳດື່ມ ຄັກໆໃນການກຳຈັດພະຍາດປະດົງໃຫ້ຫາຍຂາດ ມາຝາກແຟນໆ ທຸກຄົນ ເຮົາມາອ່ານພ້ອມກັນວ່າ ເຮົາຕ້ອງກະກຽມຫຍັງແດ່
ສິ່ງທີ່ເຮົາຕ້ອງໄດ້ກະກຽມ (ອຸປະກອນ)
-ກະກຽມ: ຫົວສີໃຄເປັນຈຳນວນ 5 ຕົ້ນ
-ກະກຽມ: ໃບເຕີຍ 3 ໃບ
-ກະກຽມ ນ້ຳສະອາດ (ນ້ຳດື່ມ) ປະລິມານ 2 ລິດ
ວິທີເຮັດ (ພາກສ່ວນປະຕິບັດ)
ທຳການນຳເອົາສະໝຸນໄພທັງໝົດທີ່ກຽມການໄວ້ໃນເບື້ອງຕົ້ນມາ ຕົ້ມຈົນເດືອດ
ແລ້ວຫລັງຈາກທີ່ເດືອດແລ້ວໆ ໃຫ້ທຳການຜ່ອນໄຟລົງ ແລ້ວທຳການຕົ້ມຕໍ່ໄປອີກໄລຍະເວລາ 15 ນາທີ (ຫ້າມເປີດຝາຫມໍໂດຍເດັດຂາດ)
ຫລັງຈາກຄົບ 15 ນາທີແລ້ວ ກໍປະໄວ້ໃຫ້ມັນເຢັນລົງ
ໃຊ້ນ້ຳນີ້ດື່ມແທນນ້ຳຕິດຕໍ່ກັນ 1 ອາທິດ ຈະລ້າງກົດຢູ່ຮິກ ໃນເລືອດອອກ ສາມາດແກ້ພະຍາດຂອງອາການປວດເຂົ່າຈາກພະຍາດປະດົງແບບບໍ່ຕ້ອງໃຊ້ຢາມາຊ່ວຍແຕ່ໃດໆເລີຍ ແຖມອີກຢ່າງໜຶ່ງຍັງເປັນສິ່ງຂອງທີ່ມີຕິດບ້ານຕິດເຮືອນກັນອີກດ້ວຍ
ຄຳເຕືອນ:
+ ບໍ່ຄວນເຮັດໄວ້ກິນຫລາຍເທື່ອ (ຍົກຕົວຢ່າງ: ເຮັດໄວ້ຫລາຍໆກິນຫລາຍມື້ຫລາຍອາທິດ ບໍ່ຄວນເຮັດ ເດັດຂາດ ເຮົາຕ້ອງເຮັດກິນໃຫມ່ທຸກໆມື້ )
ຫາກອ່ານແລ້ວດີກໍ່ຢ່າລືມແຊເກັບໄວ້ ແລະ ແບ່ງປັນໃຫ້ຫມູ່ເພື່ອນຂອງທ່ານໄດ້ອ່ານພ້ອມກັນ
ໂດຍ:ລູກຫຼານເມືອງພວນ