ເຊັກດວງລາຍວັນປະຈຳວັນທີ 01 ເມາສາ 2021 ການງານ,ການເງິນ,ຄວາມຮັກ ດວງໃຜດີ ດີດ້ານໃດແນ່ ມາເບີ່ງດັ່ງລຸ່ມນີ້ຕາມວັນເກີດ

ເຊັກດວງລາຍວັນປະຈຳວັນທີ 01 ເມາສາ 2021 ການງານ,ການເງິນ,ຄວາມຮັກ ດວງໃຜດີ ດີດ້ານໃດແນ່ ມາເບີ່ງດັ່ງລຸ່ມນີ້ຕາມວັນເກີດ :

1. ຄົນທີ່ເກີດວັນອາທິດ
+ ດ້ານການງານ ມີເກນ ອາດມີບັນຫາໃນການເຮັດວຽກເລັກນ້ອຍ ແຕ່ກໍສາມາດຈັດການໄດ້
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຫຼາຍພໍສົມຄວນ, ສ່ວນລາຍຈ່າຍ ຈ່າຍຫຼາຍເຊັ່ນກັນ
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ເຂົ້າໃຈກັນຫຼາຍຂື້ນ, ສ່ວນຄົນໂສດ ຍັງບໍ່ພົບຮັກແທ້.

2. ຄົນທີ່ເກີດວັນຈັນ
+ ດ້ານການງານ ມີເກນ ສັນຍານແຫ່ງການດ້າວຫນ້າກຳລັງຈະປາກົດແລ້ວ ຫຼັງຈາກເຮັດວຽກມາດົນນານດ້ວຍຄວາມລຳບາກ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຕໍ່ເນື່ອງເລື້ອຍໆ, ສ່ວນລາຍຈ່າຍ ຈ່າຍລາຍວັນທົ່ວໄປ
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ຍັງດີຢູ່ ເຂົ້າໃຈກັນ ແລະ ກັນ, ສ່ວນຄົນໂສດ ມີຄົນເຂົ້າມາ ແຕ່ອາດຍັງບໍ່ແມ່ນຄົນທີ່ທ່ານຕາມຫາ.

3. ຄົນທີ່ເກີດວັນອັງຄານ
+ ດ້ານການງານ ມີເກນ ເຮັດວຽກເກົ່າ ເລື້ອຍໆ ຖ້າອົດທົນ ຈະປະສົບຄວາມສຳເລັດໂດຍດີ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາເລື້ອຍໆ ຈາກວຽກງານ, ສ່ວນລາຍຈ່າຍ ຈ່າຍຫຼາຍແບບບໍ່ສາມາດຫຼີກລ່ຽງໄດ້
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ພັດທະນາໄປເລື້ອຍໆ, ສ່ວນຄົນໂສດ ຍັງຄົງຄອງໂສດໄປອີກວັນ.

4. ຄົນທີ່ເກີດວັນພຸດ
+ ດ້ານການງານ ມີເກນ ອຸປະສັກຈະຈາງຫາຍ ຄວາມສຳເລັດເຂົ້າມາແທນທີ່
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມເລື້ອຍໆຈາກຫນ້າທີ່ການງານ, ສ່ວນລາຍຈ່າຍ ຖ້າຈ່າຍລົງທຶນໄລຍະຍາວຈະດີຫຼາຍ
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ດຳເນີນໄປດ້ວຍຄວາມບໍ່ເຂົ້າໃຈໃນບາງເລື່ອງ, ສ່ວນຄົນໂສດ ຖ້າເປີດໃຈຈະໄດ້ພົບຮັກ.

5. ຄົນທີ່ເກີດວັນພະຫັດ
+ ດ້ານການງານ ມີເກນ ເຮັດວຽກຫຼາຍ ແຕ່ກໍຜ່ານໄປດ້ວຍດີ ມີການອິດເມື່ອຍແດ່
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າຫນ້ອຍ, ສ່ວນລາຍຈ່າຍ ຈ່າຍຫຼາຍເລື່ອງຈຳເປັນບໍ່ສາມາດຫຼີກລ່ຽງໄດ້
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ດຳເນີນ ແລະ ພັດທະນາຂື້ນຕໍ່ເນື່ອງ, ສ່ວນຄົນໂສດ ຍັງຄົງຮັກສາຄວາມໂສດໄດ້ດີມື້ນິ້.

6. ຄົນທີ່ເກີດວັນສຸກ
+ ດ້ານການງານ ມີເກນ ເຮັດວຽກໜັກພໍສົມຄວນ ສຸດທ້າຍຈະຜ່ານໄປດ້ວຍດີ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຈາກວຽກແລະເຫື່ອແຮງເປັນຫຼັກ, ສ່ວນລາຍຈ່າຍ ຈ່າຍຫຼາຍໃນບາງຄັ້ງ
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ເຂົ້າໃຈກັນ ແລະ ກັນ, ສ່ວນຄົນໂສດ ມີເກນຈະໄດ້ພົບຮັກ.

7. ຄົນທີ່ເກີດວັນເສົາ
+ ດ້ານການງານ ມີເກນ ເຮັດວຽກຫຼາຍ ຄິດຫຼາຍຢ່າງ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາເລື້ອຍໆຈາກວຽກ, ສ່ວນລາຍຈ່າຍ ຈ່າຍລາຍວັນທົ່ວໄປ
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ໝັ້ນຄົງດີ, ສ່ວນຄົນໂສດ ຍັງໂສດເພາະບໍ່ເປີດໃຈ.

Author: PP

Leave a Reply

Your email address will not be published. Required fields are marked *