
ຂປລ.ໃນວັນທີ 16 ມີນາ 2021 ນີ້, ໄດ້ມີພິທີມອບ-ຮັບໂຄງການກໍ່ສ້າງ ແລະ ປັບປຸງສະໜາມຫັດແອບບ້ານແປນ ເເຂວງຊຽງຂວາງ, ພາຍຫລັງປະຕິບັດສັນຍາໃນການກໍ່ສ້າງເເຕ່ວັນທີ 4 ສິງຫາ 2020 ມາຮອດວັນທີ 15 ມີນາ 2021 ໂຄງການດັ່ງກ່າວແມ່ນສາມາດປະຕິບັດໄດ້ສຳເລັດ 100%, ລວມມູນຄ່າການກໍ່ສ້າງທັງໝົດແມ່ນ 4.637.957.000 ກີບ. ເປັນອາຄານຊັ້ນດຽວຫ້ອງຮຽນພາກປະຕິບັດລົດຕັ່ງ-ຍານເກາະ ມີຂະໜາດ 14×80 ແມັດ.ຊຶ່ງແບ່ງອອກເປັນ 7 ຫ້ອງ ມີຂະໜາດ 14×10 ແມັດ 6 ຫ້ອງ ແລະ ມີ 1 ຫ້ອງໂຖ 21×14.
ທ່ານ ໄລວັນ ຈຳປາພັນ ປະທານບໍລິສັດໄລວັນກໍ່ສ້າງຂົວ-ທາງ ຈຳກັດ ຜູ້ດຽວ ໄດ້ກ່າວລາຍຜົນສຳເລັດໃນການກໍ່ສ້າງອາຄານແຫ່ງນີ້ ແລະ ມອບໂຄງການດັ່ງກ່າວໃຫ້ຝ່າຍເຈົ້າຂອງໂຄງການ ໄດ້ຄຸ້ມຄອງ ແລະ ນຳໃຊ້ຕໍ່ໄປເຂົ້າໃນການຝຶກຊ້ອມຫັດແອບໃນສະໜາມແຫ່ງນີ້ໃຫ້ມີຄວາມຊຳນິຊຳນານ ແລະເກີດປະໂຫຍດສູງສຸດ ໃຫ້ກອງທັບປະຊາຊົນລາວຢ່າງແທ້ຈິງ. ພ້ອມນີ້ ທ່ານ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ຫົວໜ້າກົມລົດຕັງ-ຍານເກາະ ກົມໃຫ່ຍເສນາທິການກອງທັບ ໄດ້ກ່າວຮັບໂຄງການ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ສະໜາມຫັດເເອບບ້ານແປນແຂວງຊຽງຂວາງແຫ່ງນີ້ນຳໃຊ້ໃຫ້ໄດ້ຍາວນານແລະ ມີປະສິທິຜົນສູງສຸດ ເພື່ອພັດທະນານັກຮົບລົດຕັງ ຮັບໃຊ້ກອງທັບ ທີມີຄຸນນະພາບສົມກັບເປັນກຳປັ້ນເຫຼັກໃຫ້ແກ່ກອງທັບ ແລະ ຂອງປວງຊົນລາວຢ່າງແທ້ຈິງ.
ໂອກາດນີ້ ທ່ານ ພົນຕີ ປະສິດ ທ່ຽງທຳ ຄະນະກຳມະການພັກກະຊວງປ້ອງກັນເທດ ຫົວໜ້າກົມໃຫ່ຍເຕັກນິກກອງທັບ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທຸກພາກສ່ວນທີ່ໄດ້ທຸ່ມເທເຫື່ອແຮງ ຄວາມຮູ້ຄວາມສາມາດເຮັດໃຫ້ໂຄງການສຳເລັດຕາມແຜນການທີ່ວາງໄວ້; ສະນັ້ນ ຈິ່ງຂໍຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ,ພະນັກງານ-ນັກຮົບຕ້ອງເຫັນໄດ້ຄວາມໝາຍຄວາມສຳຄັນຂອງການການກໍ່ສ້າງໂຄງການດັ່ງກ່າວ ທີ່ມີມູນຄ່າມະຫາສານທີ່ພັກ-ລັດຖະບານ ໄດ້ສຸມໃສ່ໃນການປັບປຸງກອງທັບ
ເພື່ອເປັນພື້ນຖານໂຄງລ່າງໃນການອົບຮົມຫັດແອບໃຫ້ມີຄວາມຊຳນິຊຳນານ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງ ການຂອງຂັ້ນເທິງ. ພ້ອມນີ້ຜູ້ທີ່ຈະຊົມໃຊ້ສະໜາມຕ້ອງຍົກສູງນ້ຳໃຈຄວາມຮັບພິຊອບ, ເປັນເຈົ້າການປົກປັກຮັກສາ, ບົວລະບັດເບິ່ງແຍງ ແລະ ຄຸ້ມຄອງພື້ນຖານໂຄງລ່າງຕ່າງໆໃຫ້ດີ ແລະ ນຳໃຊ້ໃຫ້ມີຄຸນຄ່າຍາວນານ ເພື່ອໃຫ້ເກີດປະໂຫຍດຂອງກອງທັບ.
ໂດຍ:ລູກຫຼານເມືອງພວນ