ຂໍຂະມາລາໂທດພໍ່ແມ່,ຜູ້ແກ່ຜູ້ເຖົ້າ ເຮັດແລ້ວເງີນຄຳຈະໄຫຼມາເທມາຂ້າມຄືນຫລັງປີໃຫມ່

ເນື່ອງໃນເທສະການບຸນປີໃໝ່ລາວໃກ້ຈະມາຮອດນີ້ ການສົມມາພໍ່ແມ່ ເພື່ອຂໍຂະມາລາໂທດເປັນໜຶ່ງໃນສິ່ງທີ່ລູກທຸກຄົນຄວນເຮັດ ເມື່ອເວລາຕົນປະພຶດຕົນບໍ່ດີກັບຜູ້ເປັນພໍ່-ແມ່ ຫຼື ຍາດຜູ້ໃຫຍ່


ບໍ່ວ່າຈະເປັນການກະທຳທາງກາຍ, ວາຈາ ທີ່ສົ່ງຜົນທາງດ້ານຈິດໃຈ ເພາະມັນຍັງສະແດງໃຫ້ເຫັນຄວາມສຳນຶກບຸນຄຸນຂອງພໍ່ແມ່ທີ່ລ້ຽງດູຕົນເອງມາໃຫ້ໃຫຍ່ກ້າໜ້າບານ ເຊິ່ງການສົມມາພໍ່ແມ່ນັ້ນເຮົາຕ້ອງກຽມຫຍັງແນ່ມາຮູ້ຈັກໄປພ້ອມກັນເລີຍ


ສິ່ງທີ່ຕ້ອງກຽມມີຄື:

1. ຂັນ 5 ດອກໄມ້ ແລະ ທຽນ

2. ຝ້າຍຜູກແຂນ

3. ສິ້ນຜືນແພວາ (ເຄື່ອງນຸ່ງຖືທີ່ຈະມອບໃຫ້ພໍ່ແມ່) ແລະ ເງິນຈຳນວນໜຶ່ງ ຖ້າກໍລະນີຜູ້ບໍ່ມີກໍ່ເລືອກເອົາອັນໃດອັນໜຶ່ງກໍ່ໄດ້

4. ນໍ້າອົບນໍ້າຫອມ


ໝາຍເຫດ: ກໍລະນີບໍ່ໄດ້ກຽມຫຍັງອາດຈະເປັນຍ້ອນເງື່ອນໄຂບໍ່ພ້ອມ ຫຼື ດ້ວຍເຫດອັນໃດກໍ່ແລ້ວແຕ່ ຫາກທ່ານມີຈຸດປະສົງ ມີຄວາມຕັ້ງໃຈຈິງແທ້


ພຽງແຕ່ທ່ານຍໍມືນົບຕັ້ງຈິດໃຈໃຫ້ຢູ່ໃນຄວາມບໍລິສຸດ ກ່າວຂໍຂະມາລາໂທດແກ່ພໍ່ແມ່ດ້ວຍວາຈາອອກມາຈາກໃຈຈິງ ແລ້ວກົ້ມກາບໄຫວ້ພວກເພິ່ນທີ່ຕັກ ຫຼື ຕີນຂອງເພິ່ນເທົ່ານີ້ກໍ່ໄດ້ແລ້ວ.

ໂດຍ:ລູກຫຼານເມືອງພວນ

Author: PP

Leave a Reply

Your email address will not be published. Required fields are marked *