
ໃນຕອນເຊົ້າວັນທີ 30 ມີນາ 2021, ຢູ່ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ມີພິທີສຶກສາອົບຮົມ ຜູ້ປະກອບການ ບໍລິສັດລົດບັນທຸກໜັກ ພ້ອມດ້ວຍໂຊເຟີລົດ ທີ່ລະເມີດກົດລະບຽບຈະລາຈອນ ຈໍານວນ 4 ຄົນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີ ທີ່ພົບເຫັນຜູ້ຂັບລົດບັນທຸກໜັກແກ່ດິນແລ້ວບໍ່ປົກຜ້າບັດເຮັດໃຫ້ດິນຕົກລົງກາງທາງ, ຂັບລົດໄວເກີນຂອບເຂດ, ຂັບລົດຍ້ອນສອນ ຢູ່ເສັ້ນທາງ 450 ປີ.
ໃນວັນທີ 15 ມີນາ 2020 ພັທ ວິລະພົງ ສະເໜ່ຫາ ຫົວໜ້າພະແນກຕໍາຫຼວດຈະລາຈອນ ຫ້ອງຕໍາຫຼວດ ປກສ ນວ ໄດ້ເວົ້າວ່າ ການສຶກສາອົບຮົມຄັ້ງນີ້, ເພື່ອເຮັດໃຫ້ຜູ້ປະກອບການ ແລະ ຜູ້ໃຊ້ລົດ-ໃຊ້ຖະໜົນຍົກສູງສະຕິເຄົາລົບລະບຽບກົດໝາຍ, ປະຕິບັດຕາມລະບຽບການສັນຈອນຢ່າງເຂັ້ມງວດ ແລະ ເພື່ອເຄົາລົບກົດ ໝາຍການສັນຈອນທາງບົກ; ນອກນີ້ທ່ານ ໄດ້ເວົ້າເຖິງຜົນເສຍຫາຍຂອງບັນຫາອຸບັດຕິເຫດ ທີ່ຜູ້ຂັບບໍ່ປະຕິບັດກົດລະບຽບການສັນຈອນທາງບົກ, ດຳລັດ 188/ນຍ ລົງວັນທີ 3 ກໍລະກົດ 2007 ມາດຕາທີ່ 38.
ຍ້ອນໂຊເຟີລົດ ຂັບລົດດ້ວຍຄວາມໄວສູງຟ້າວຝັ່ງຂົນສົ່ງດິນບໍ່ປົກຜ້າບັດເຮັດໃຫ້ດິນຕົກລົງກາງທາງສ້າງຄວາມເປີ້ະເປື້ອນ, ຂັບລົດຍ້ອນສອນ ກາຍເປັນສາເຫດທີ່ພາໃຫ້ເກີດອຸບັດຕິເຫດຕາມມາສ້າງຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນ; ພ້ອມນັ້ນ, ທ່ານຫົວໜ້າພະແນກຕໍາຫຼວດຈະລາຈອນ ນວ ຍັງໄດ້ກ່າວເຕືຶອນເຖິງຜູ້ປະກອບການ ບໍລິສັດລົດບັນທຸກໜັກ ແລະ ໂຊເຟີລົດວ່າ
ເພື່ອເຮັດໃຫ້ການຂົນສົ່ງມີຄວາມສະດວກ ແລະ ປອດໄພ, ບໍ່ສ້າງການກີດຂວາງໃຫ້ແກ່ສັງຄົມໃນການສັນຈອນໄປມາ ແມ່ນໃຫ້ປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດ, ກວດເຕັກນິກລົດເປັນປົກກະຕິ, ມີເອກະສານລົດຄົບຖ້ວນ, ຜູ້ປະກອບການບໍລິສັດກ່ອນຈະຮັບໂຊເຟີລົດຕ້ອງກວດກາປະຫວັດຂໍ້ມູນຢ່າງລະອຽດ ເພື່ອຄວາມປອດໄພ ແລະ ຫຼຸດຜ່ອນອຸບັດຕິເຫດ.
ສໍາລັບໂຊເຟີລົດ ແມ່ນເຮັດບົດບັນທຶກສຶກສາອົບຮົມ ແລ້ວມອບຄືນໃຫ້ຜູ້ປະກອບການບໍລິສັດສຶກສາອົບຮົມຕໍ່.