
ສັບພະຄຸນ:
ຮາກ: ໃຊ້ເປັນຢາບຳລຸງທາດ, ເປັນຢາບຳລຸງກຳລັງ, ແກ້ອາການອ່ອນເພຍ, ແກ້ລົມ ແລະ ບີ, ຮັກສາອາການໄອ, ນຳຕົ້ນ ແລະ ຮາກມາຝົນເປັນຢາແກ້ອາການໄອ, ບຳລຸງຜູ້ຍິງກຳລັງຄອດລູກໃຫມ່, ເປັນຢາແກ້ອາການທ້ອງຜູກ ແລະ ຮັກສາອາການຂັບຖ່າຍຍາກ.
ຕົ້ນ: ຕົ້ນ ແລະ ໃບໃຊ້ເປັນຢາຮັກສາອາການເຈັບຕາມຂໍ້ (ຕົ້ນ ແລະ ໃບ), ເປັນຢາແກ້ໄຂ້ ແລະ ມີສັບພະຄຸນແກ້ອາການເຈັບຫົວ.
ເປືອກຕົ້ນ: ເປືອກຊັ້ນໃນນຳມາຕົ້ມດື່ມຮັກສາອາການເຈັບຫົວ.
ໃບ: ຊ່ວຍຈະເລີນອາຫານ ແຕ້ຖ້າກິນຫຼາຍຈະເປັນຢາລະບາຍ, ຮັກສາຕານເຕັ້ນ, ແກ້ໄຂ້, ແກ້ໄຂ້ສັ່ນ, ຮັກສາອາການເຈັບທ້ອງ, ເປັນຢາລະບາຍ, ເປັນຢາຂັບພະຍາດພິດ ແລະ ເປັນຢາບຳລຸງນ້ຳບີຂັບນ້ຳບີ.
ດອກ: ຊ່ວຍບຳລຸງຫົວໃຈ, ແກ້ຄວາມດັນເລືອດ, ແກ້ລົມວີນວຽນ, ແກ້ໄຂ້ (ໃບ ແລະ ດອກ), ແກ້ໄຂ້ຈ່ອຍເຫຼືອງ, ຮັກສາຕາແດງ, ຊ່ວຍຂັບປະຈຳເດືອນຂອງແມ່ຍິງ ແລະ ຍັງເປັນຢາແກ້ພິດທັງຫຼາຍ.
ຮາກ: ໃຊ້ເປັນຢາແກ້ຜົມງອກ ແລະ ຊ່ວຍບຳລຸງຜິວໃຫ້ຊຸ່ມຊື່ນ.
ໃບ: ຊ່ວຍບຳລຸງເສັ້ນຜົມ, ແກ້ເສັ້ນຜົມງອກ.
ດອກ: ມີສານ Carotenoid nyctanthin ໃຫ້ສີເຫຼືອງອົມແສດໃຊ້ເປັນສີສຳລັບຍ້ອມຜ້າ. ໃນປະເທດອິນເດຍຖືວ່າຕົ້ນສາລິກາເປັນຕົ້ນໄມ້ສັກສິດ.
ຂໍ້ມູນທາງວິທະຍາສາດ:
ສານສະກັດດ້ວຍເຫຼົ້າຈາກໃບ, ໝາກ ແລະ ແກ່ນ: ສາມາດຢັບຢັ້ງພະຍາດໄຂ່ຂໍ້ເຊື່ອມໄດ້ ໂດຍຈະຊ່ວຍຫຼຸດປະລິມານການຕາຍຂອງຈຸລັງທີ່ຕິດເຊື່ອ.
ສານສະກັດຈາກດອກ ແລະ ໃບ: ຊ່ວຍຕ້ານອານຸມູນອິດສະຫຼະ, ຊ່ວຍຫຼຸດລະດັບຂອງ Alk Phos, LPO, SGPT, ຄໍເຣດສເຕີຣໍ ແລະ ໄຕຣກີເຊີໄຣນເຊິ່ງເປັນສາເຫດຂອງໄຂມັນອຸດຕັນໄດ້ອີກ.
ບັນຍາຍລັກສະນະພືດສາດຂອງຕົ້ນສາລິກາ (Nyctanthes arbor-tristis)
ຈັດເປັນໄມ້ຟຸ່ມເຄິງໄມ້ຢື່ນຕົ້ນຂະໜາດ. ລຳຕົ້ນສູງ 3-5 ມ, ເປືອກຂະແໜງລຳຕົ້ນມີລັກສະນະຂຸຂະ, ເປັນສີນ້ຳຕານ, ກິ່ງອ່ອນເປັນສີຫຼ່ຽມ ແລະ ມົນຂົນແຂງຊາກຊາກະຈາຍທົ່ວ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບຮີ, ກ້ວາງ 2.5-5 ຊມ, ຍາວ 5-10 ຊມ, ໂຄນໃບມົນ,
ຂອບລຽບ ຫຼື ເປັນຄື້ນຫ່າງ, ຂອບໃບມີຂົນແຂງ, ປາຍແຫຼມ, ຜິວໃບມີຂົນແຂງຊາກຊາກະຈາຍທົ່ວຜິວໃບ. ກ້ານໃບຍາວ 0.5-1 ຊມ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ. ກ້ານຊໍ່ດອກຮູບສີຫຼ່ຽມ, ຍາວ 1.2-2 ຊມ. ໃບປະດັບຂະໜາດນ້ອຍ 1 ຄູ່, ຈັບຢູ່ກ້ານຊໍ່ດອກ.
ດອກຍ່ອຍມີ 3-7 ດອກ, ມີສີຂາວ, ກິ່ນຫອມ, ດອກຈະບານຕອນແລງ ແລະ ຫຼົ່ນຕອນເຊົ້າມື້ຕໍ່ມາ, ບໍ່ມີກ້ານດອກ. ດອກມີໃບປະດັບດອກລະ 1 ໃບ. ກາບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 4 ແສກ, ດ້ານໃນກ້ຽງ, ດ້ານນອກມີຂົນແຂງ, ສີຂຽວອ່ອນ.
ກີບດອກຮຽງຊ້ອນກັນ ແລະ ບິດເປັນກຽວ, ໂຄນກີບເຊື່ອມຕິດກັນເປັນຫຼອດສັ້ນ, ປາຍແຍກເປັນ 5-8 ກີບ, ຍາວປະມານ 1.1-1.3 ຊມ, ໂຄນກີບແຄບ, ປາຍກີບກ້ວາງ ແລະ ວ້ຳເລິກ, ດ້ານໃນມີຂົນສີຂາວຍາວທີ່ບໍລິເວນໂຄນກີບ, ຜິວດ້ານນອກກ້ຽງ.
ເກສອນເພດຜູ້ມີ 2 ອັນ, ຕິດຢູ່ໃນຫຼອດກີບດອກ, ກ້ານຊູຖົງລະອອງເກສອນເຊື່ຶອມຕິດກັນເປັນເນື້ອດຽວກັບຫຼອດກີບດອກ. ເຕົ້າໄຂ່ຈັບເທິງ, ມີ 2 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່, ປາຍຮວງຮັບມີ 1 ອັນ, ມີລັັກສະນະເປັນຕຸ່ມ, ມີຂົນ.
ໝາກຮູບໄຂ່ປີ້ນ ຫຼື ຮູບກົມຂ້ອນຂ້າງແປ, ມີຂະໜາດເສັ້ນຜ່າສູນກາງປະມານ 2 ຊມ, ປາຍມົນ ແລະ ມີຕິ່ງແຫຼມ, ຜິວລຽບ, ໝາກອ່ອນເປັນສີຂຽວ, ໝາກແກ່ແລ້ວແຕກອອກເປັນ 2 ແສກ. ແກ່ນມີ 2 ແກ່ນ, ຮູບກົມ, ສີນ້ຳຕານ.