ການຫຼຸດນ້ຳໜັກດ້ວຍເຄື່ອງດື່ມ..!ຈະສົ່ງຜົນດີຕໍ່ສຸຂະພາບຮ່າງກາຍ ແລະ ຫຼຸດໄຂມັນໄດ້ຢ່າງມີປະສິດທິພາບ

ການຫຼຸດນ້ຳໜັກໂດຍການໃຊ້ເຄື່ອງດື່ມກຳລັງເປັນທີ່ນິຍົມຫຼາຍໃນປັດຈຸບັນເພາະເຄື່ອງດື່ມເປັນສີ່ງທີ່ເຮົາຕ້ອງດື່ມເປັນປະຈຳຢູ່ແລ້ວ ເຄື່ອງດື່ມທີ່ຈະຊ່ວຍຫຼຸດໄຂມັນມີ

1,ດື່ມນ້ຳອຸ່ນໆປະສົມໝາກໜາວໃນຕອນເຊົ້າ:

ເນື່ອງຈາກໝາກໜາວມີວິຕາມີນ ຊີ ຫຼາຍ ,ບໍ່ມີແປ້ງ ແລະ ກາລໍຣິຕ່ຳ ເຊີ່ງສົ່ງຜົນດີຫຼາຍຕໍ່ການຫຼຸດນ້ຳໜັກ.ການດື່ມນ້ຳອຸ່ນປະສົມໝາກໜາວໃນແຕ່ລະມື້ 1 ຈອກຫຼັງຕື່ນນອນຈະຊ່ວຍລ້າງສານພິດໃນຮ່າງກາຍໂດຍລະບົບທຳມະຊາດ ແລະ ຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີ ແລະ ຊ່ວຍໃຫ້ຮ່າງກາຍດູດສານອາຫານໄດ້ເຕັມທີ່.ເຮັດໃຫ້ສຸຂະພາບດີ,ຜີວງາມ ທັງຊ່ວຍຫຼຸດນ້ຳໜັກໄດ້ດີຖືເປັນເຄື່ອງດື່ມຫຼຸດນ້ຳໜັກທີ່ໄດ້ຜົນຫຼາຍ ແລະ ລາຄາຖືກ

2,ດື່ມນົມອາວມັອນໃນຕອນເຊົ້າ:

ກົດຂໍ້ສຳຄັນຂອງການຫຼຸດນ້ຳໜັກແມ່ນການເຜົາຜານກາລໍຣີອອກໄປຈາກຮ່າງກາຍຫຼາຍກວ່າການຮັບເອົາກາລໍຣີເຂົ້າໄປ ນົມອາວມັອນເປັນນົມຊະນິດໜື່ງທີ່ມີກາລໍຣີໜ້ອຍແຕ່ອຸດົມໄປດ້ວຍສານອາຫານ ແລະ ສານຕ້ານອະນຸມູນອິດສະຫຼະທີ່ດີຕໍ່ສຸຂະພາບ ພຽງແຕ່ດື່ມນົມອາວມັອນ 1 ຈອກໃນແຕ່ລະເຊົ້າກໍ່ຈະສາມາດຫຼຸດນ້ຳໜັກໄດ້ຢ່າງມີປະສິດທິພາບ

3,ດື່ມຊາຮ້ອນໃນຕອນກາງເວັນ ຫຼື ຈິບຊາໝົດມື້:

ການດື່ມຊາຮ້ອນໆຈະຊ່ວຍຫຼຸດຄວາມຕຸ້ຍໄດ້ດີ ເນື່ອງຈາກຊາຈະຊ່ວຍເພີ່ມການເຜົາຜານກາລໍຣີ ແລະ ໄຂມັນທັງຍັງຊ່ວຍເພີ່ມລະບົບພູມຕ້ານທານໃນຮ່າງກາຍ.ຊາທີ່ດີເລື່ອງການຫຼຸດນ້ຳໜັກຈະແມ່ນຊາຂຽວ.ດັ່ງນັ້ນລອງປ່ຽນຈາກກາເຟ ຫຼື ນ້ຳອັດລົມໃນຕອນກາງເວັນມາເປັນຊາຂຽວຮ້ອນໆຈັກ

1-2 ຈອກ ນອກຈາກສຸຂະພາບດີແລ້ວຍັງຊ່ວຍຫຼຸດນ້ຳໜັກໄດ້ດີນ້ຳອີກ

4,ດື່ມນ້ຳຜັກ ຫຼື ໝາກໄມ້ປັ່ນໃນຕອນແລງ:

ນ້ຳຜັກ ຫຼື ໝາກໄມ້ປັ່ນເປັນອາຫານທີ່ມີໄປເບີຫຼາຍພ້ອມສານອາຫານ ແລະ ແຮ່ທາດຕ່າງໆອີກຫຼວງຫຼາຍຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີ,ການດື່ມນ້ຳຜັກ ຫຼື ໝາກໄມ້ໃນຕອນແລງນັ້ນຄວນເນັ້ນສ່ວນປະສົມທີ່ຕື່ມເຂົ້າໄປໃຫ້ເລືອກການເຮັດນ້ຳ ຜັກ ຫຼື ນ້ຳໝາກໄມ້ປັ່ນເອງຈະດີກວ່າ

ນ້ຳຜັກ ຫຼື ໝາກໄມ້ເປັນປະໂຫຍດສູງສຸດ ແລະ ຫຼຸດນ້ຳໜັກໄດ້ດີ

 

ໂດຍ:ລູກຫຼານເມືອງພວນ

Author: PP

Leave a Reply

Your email address will not be published. Required fields are marked *