
ໃນຕອນແລງວັນທີ່ 2 ເມສາ 2021 ຜ່ານມາ ໄດ້ເກີດພາຍຸ , ຝົນຕົກ, ລົມພັດແຮງຢູ່ບ້ານຖາງ, ເມືອງຄຳ, ແຂວງຊຽງຂວາງ ເຮັດໃຫ້ຕົ້ນໄມ້ໃຫຍ່ຫັກລົ້ມທັບເຮືອນຂອງປະຊາຊົນຢູ່ບ້ານດັ່ງກ່າວ 1 ຫຼັງ ມີຜູ້ເສຍຊີວິດ 1 ຄົນ (ເປັນຫົວໜ້າຄອບຄົວ) ແລະ ລູກ ເມຍ ໄດ້ຮັບບາດເຈັບ.
ຕາມການບອກເລົ່າຂອງ ທ້າວ ໄຊຄຳ ເຊິ່ງເປັນໝູຂອງຜູ້ເສຍຊີວິດວ່າ ໃນຕອນແລງປະມານ 4-5 ໂມງຂອງມື້ວານ ໄດ້ເກີດພາຍຸຝົນຕົກລົມພັດແຮງ, ກ່ອນໜ້ານີ້ຍັງໄດ້ນັດກັບໝູ່ວ່າ ມື້ອື່ນນັດກັນຈະໄປກິນປາ, ໄປເອົາຈັກຈັ່ນ ລະຄືມາຈາກພວກເຮົາໄປໄວ້ແທ້ ຫລັບໃຫ້ສະບາຍເດີສ່ຽວ.
ແອັດມິນຂໍສະແດງຄວາມເສຍໃຈນຳຄວບຄົວຜູ້ສູນເສຍ ແລະ
ຂໍໃຫ້ປະຊາຊົນລະມັດລະວັງຈາກພາຍຸຊ່ວງນີ້ ເນື່ອງຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນຈະມີພາຍຸລະດູຮ້ອນ ໄລຍະວັນທີ 2 ຫາ 5 ເມສາ 2021 ນີ້ ເຊິ່ງຈະເກີດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.