
ຄະນະນຳມະຫາວິທະຍາໄລແຫ່ງຊາດ ເປັນເຈົ້າການແກ້ໄຂ ສະພາບຈອດລົດຊະຊາຍ ທີ່ເປັນສາເຫດພາໃຫ້ລົດຈັກເສຍຫຼາຍຢູ່ຂອບເຂດມະຫາວິທະຍາໄລ
ຍ້ອນເຫັນໄດ້ສະພາບຄວາມເປັນຈິງເຖິງຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນການຈອດລັດຈັກຊະຊາຍຂອງນັກສຶກສາ ເຊິ່ງເປັນສາເຫດເຮັດໃຫ້ຄົນຮ້າຍ ລັກລົດຈັກ ຈຳນວນຫຼາຍ
ດັ່ງນັ້ນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ອອກແຈ້ງການສະບັບເລກທີ 3661/ມຊ, ລົງວັນທີ 08 ທັນວາ 2019 ແລະ ໄດ້ພົວພັນສົບທົບກັບ ກອງບັນຊາການ ປກສ ເມືອງໄຊທານີ ຈັດຕັ້ງໜ່ວຍສະເພາະກິດຈັດຕັ້ງປະຕິບັດຕາມແຈ້ງການດັ່ງກ່າວ.
ໃນວັນທີ 31 ມີນາ 2021 ໜ່ວຍສະເພາ ະກິດ ປະກອບມີ: ຕຳຫຼວດ ປກສ ເມືອງໄຊທານີ, ຄະນະປ້ອງກັນຂອງມະຫາວິທະຍາໄລແຫ່ງຊາດ ໄດ້ລົງພື້ນທີ່ກວດກາ, ທ້ອນໂຮມລົດທີ່ຈອດຊະຊາຍ ເພື່ອສຶກສາອົບຮົມເຈົ້າຂອງລົດຈັກ ໃຫ້ມີສະຕິເປັນເຈົ້າການປະຕິບັດແຈ້ງການ, ຜ່ານການຈັດຕັ້ງປະຕິບັດຕົວຈິງ
ພົບເຫັນລົດຈັກຈອດຊະຊາຍຈຳນວນ 306 ຄັນ, ໃນນັ້ນ ລົດມີເອກະສານຖືກຕ້ອງ 297 ຄັນ, ຍັງ 08 ຄັນ, ລົດບໍ່ມີເອກະສານ 1 ຄັນ ຈະສຶບຕໍ່ກວດກາ.ຕາມການເກັບກຳສະພາບຂອງເຈົ້າໜ້າທີ່ຕຳຫຼວດ ນັບແຕ່ເດືອນມັງກອນ ຮອດເດືອນມີນາ 2021 ຢູ່ບໍລິເວນມະຫາວິທະຍາໄລດົງໂດກ ແລະ ຂອບເຂດອ້ອມຮອບມີເຫດການລົດຈັກເສຍ 31 ຄັນ, ໃນນີ້ ເສຍຢູ່ຕາມເຮືອນຫ້ອງແຖວ 14 ຄັນ, ເສຍຍ້ອນຈອດລົດຈັກຊະຊາຍ 17 ຄັນ,
ຈາກບັນດາເຫດການດັ່ງກ່າວຈຶ່ງສະຫຼຸບໄດ້ວ່າ ລົດຈັກເສຍສ່ວນຫຼາຍແມ່ນເກີດຈາກເຈົ້າຂອງຊັບບໍ່ມີສະຕິລະວັງຕົວປ້ອງກັນຕົນເອງ. ເພື່ອປ້ອງກັນ ແລະ ສະກັດກັ້ນສະພາບຄົນຮ້າຍລັກລົດຈັກ ຢູ່ ນວ ກອງບັນຊາການ ປກສນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພະນັກງານ, ທະຫານ,
ຕຳຫຼວດ ແລະຊາວນະຄອນຫຼວງວຽງຈັນ ເອົາໃຈໃສ່ຄຸ້ມຄອງຮັກສາລົດຈັກຂອງຕົນໃຫ້ດີ, ບໍ່ຈອດລົດຈັກຊະຊາຍໃນສະຖານທີ່ສາທາລະນະ, ບ່ອນທີ່ບໍ່ປອດໄພ, ຂໍໃຫ້ທຸກຄົນເປັນຫູເປັນຕາຕິດຕາມບຸກຄົນ, ກຸ່ມຄົນທີ່ເປັນໜ້າສົງໃສການກະທໍາຜິດສາຍພົວພັນສັງຄົມທີ່ກົດໝາຍ ແລະ ລະບຽບກຳນົດໄວ້
ຂໍໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.