
ມຽນມາປະກາດສະຖານະການສຸກເສີນເປັນເວລາ1ປີ
ຂປລ.ຕາມຂ່າວຈາກ ຢ່າງກຸ້ງ, ໃນວັນທີ2ກຸມພານີ້,ກອງທັບ ມຽນມາ ປະກາດ ສະຖານະການ ສຸກເສີນ ເປັນເວລາ 1ປີ ແລະ ມອບອຳນາດໃຫ້ແກ່ ທ່ານ ພົນເອກ ໂສມິນ ອ່ອງຫລ່າຍ ຫລັງຈາກ ມີລາຍງານຂ່າວ ທ່ານ ນາງ ອອງ ຊານຊູຈີ ແລະ ຜູ້ນຳພົນລະເຮືອນ ຄົນອື່ນໆ(ພັກສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ(NLD)) ຖືກຄວບຄຸມຕົວ ເປັນຜົນມາຈາກ ການສໍ້ລາດ ບັງຫລວງ ຂອງການເລືອກຕັ້ງ.ຂະນະທີ່
ສະພາ ມຽນມາ ມີກຳນົດ ເປີດວາລະ ກອງປະຊຸມໃນວັນນີ້.ນອກຈາກນີ້ ກອງທັບມຽນມາ ໄດ້ປົດຕຳແໜ່ງ ລັດຖະມົນຕີ 24 ທ່ານ ພ້ອມແຕ່ງຕັ້ງໃໝ່ 11 ຕຳແໜ່ງ ເພື່ອເຮັດໜ້າທີ່ ຄະນະບໍລິຫານ ຊຸດໃໝ່ ພາຍຫລັງ ການຍຶດອຳນາດ ເຮັດລັດຖະປະຫານ. ສຳລັບ ການແຕ່ງຕັ້ງ ຕຳແໜ່ງດັ່ງກ່າວ ເພື່ອການຄວບຄຸມ ດ້ານການເງິນ,ສາທາລະນະສຸກ, ຂໍ້ມູນຂ່າວສານ,ດ້ານການຕ່າງປະເທດ ແລະ ດ້ານອື່ນໆ ທີ່ສຳຄັນ
ຂອງປະເທດ.ຂະນະທີ່ ສະມາຄົມ ທະນາຄານ ມຽນມາ ແຈ້ງຕື່ມວ່າ: ທະນາຄານ ທົ່ວປະເທດ ມຽນມາ ຈະປິດການໃຫ້ບໍລິການ ຊົ່ວຄາວ ຕັ້ງແຕ່ວັນນີ້ ເປັນຕົ້ນໄປ ເນື່ອງຈາກ ມີບັນຫາ ດ້ານການເຊື່ອມຕໍ່ ທາງອິນເຕີເນັດ ທ່າມກາງ ສະຖານະການ ບ້ານເມືອງ ຍັງຄົງວຸ້ນວາຍ.