
ຄວາມຄືບໜ້າເຫດການເຮືອຫລົ້ມ, ລາຍງານຈາກ ຂປລ ກ່ຽວກັບ ຄວາມຄືບໜ້າອຸບັດເຫດເຮືອນັກທ່ອງທ່ຽວຫລົ້ມຢູ່ ອ່າງນໍ້າງື່ມເຂດແດນສະຫວັນ ແຂວງວຽງຈັນ ໃນຕອນເຊົ້າວັນທີ 4 ເມສາ 2021,
ຫລ້າສຸດມີລາຍງານວ່າ ເຮືອລໍາດັ່ງກ່າວ ໂດຍສານນັກທ່ອງທ່ຽວ ທັງໝົດ 39 ຄົນ, ລອດຊີວິດ 31 ຄົນ, ເສຍຊີວິດ 8 ຄົນ.
ທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ໃຫ້ຮູ້ວ່າ : ພາຍຫລັງເກີດເຫດການ, ທາງອົງການຈັດຕັ້ງທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໄດ້ພ້ອມກັນສຸມໃສ່ ນໍາເອົາໜ່ວຍກູ້ໄພເຂົ້າກອບກູ້ຢ່າງກະທັນຫັນ, ມາຮອດເວລາ 16:30 ໂມງ ກອບກູ້ຜູ້ທີ່ລອດຊີວິດໄດ້ທັງໝົດ 31 ຄົນ ນໍາສົ່ງໂຮງໝໍທັງໝົດແລ້ວ.
ສ່ວນຜູ້ເສຍຊີວິດ 8 ຄົນ ໄດ້ກອບກູ້ຂຶ້ນມາໝົດແລ້ວເຊັ່ນດຽວກັນ.
ອຸບັດເຫດເຮືອຫລົ້ມຄັ້ງນີ້ ເກີດຂຶ້ນໃນເວລາປະມານ 9:00 ໂມງ, ຍ້ອນສະພາບອາກາດມືດຄື້ມ ມີລົມພັດແຮງມາກະທັນຫັນ ເຮັດໃຫ້ເຮືອລໍາດັ່ງກ່າວຫລົ້ມ ຫ່າງຈາກຝັ່ງປະມານ 40 ແມັດ.