
ກ່ອນໜ້ານີ້ເຟສບຸກຊື່ ສິງໂຕ ໂລງສົບໂພສວ່າ: ສະຫາຍ ຕົ່ງ ຫຼື ທ້າວ ຄູນຄຳ ຟອງວິໄລ ນັກດົນຕີຈາກ ຮ້ານອາຫານຕົ້ນຄູນ ທີ່ເຄີຍສ້າງຄວາມມ່ວນຊື່ນ ສ້າງຄວາມຮັກແພງ ແລະ ສ້າງຄວາມສາມັກຄີ ໃຫ້ບັນດາແຂກແລະເພື່ອນມິດສະຫາຍແຕ່ລະຄົນ
ຕັ້ງແຕ່ວັນທີ່30 ເດືອນ3 ເວລາ 11:30ນາທີ່ ເຊິງສະຫາຍຕົ່ງ ໃດ້ລົ້ມປ່ວຍກະທັນຫັນ ອາການຂອງຕົ່ງນັ່ນ ເສັ້ນເລືອດໃຫຍ່ທີ່ໄປລໍລ້ຽງສະໝອງນັ້ນອຸດຕັນ ເຮັດໃຫ້ຮ່າງກາຍບໍສາມາດເໜັ່ງຕີງແລະທຳງານໃດ້
ທາງຍາດພີ່ນ້ອງແລະເພື່ອນໆ ຕ່າງກໍມາໃຫ້ກຳລັງໃຈແລະຄອຍປະຕິຫານແລະຫວັງວ່າຕົ່ງຈະກັບມາສ້າງຄວາມສຸກມ່ວນຊື່ນໃຫ້ກັບທຸກຄົນອີກຄັ້ງ ‘ຈົນມາຮອດປັດຈຸບັນ ຂອງວັນທີ່31 ເດືອນ3 ຕົ່ງໃດ້ຮູ້ສືກໂຕຮ່າງກາຍເລີ້ມຕອບສະໜອງຂຶ້ນມາ “ຕີນມືເລີ້ມເໜັງໃດ້ພຽງເລັກນ້ອຍ”ແຕ່ຍັງຢູ່ໃນຂັ້ນໂຄມ້າ ອາການໜັກ
ຫຼ້າສຸດ ຕົ່ງ ຫຼື ຄູນຄຳ ຟອງວິໄລ ໂດ້ຈາກໄປແລ້ວ ຂໍສະແດງຄວາມອາໄລນຳຄອບຄົວດ້ວຍ