ສູດຢາ​ສະໝູນໄພ..!! ລ້າງສານ​ພິດ​ໃນ​ເສັ້ນ​ເລືອດ​ຝອຍ​ ດ້ວຍ​ອ້ອຍ​ດຳ ​ແລະ ໃບ​ເຕີຍ​ ງ່າຍໆໃຜກໍ່ສາມາດເຮັດໄດ້.

ເສັ້ນ​ເລືອດ​ຝອຍ​ຂອງ​ທຸກ​ຄົນ​ອາດ​ມີ​ອາການ​ຕີບ​ຕັນ​ ເປັນ​ເສັ້ນ​ເລືອດ​ສົກກະປົກ​ ເກີດ​ຈາກ​ຂີ້ເຫຍື້ອ​ນາໆ​ຊະນິດ​ ເຊັ່ນ​ ໄຂ​ມັນ​ ນ້ຳ​ຕານ​ ສານ​ເຄ​ມີ​ ກົດ​ຢູ​ຣິກ​ ແລະ​ອື່ນ​ໆ​ ເຮັດໃຫ້​ເກີດ​ອາການ​ຕົ້ນ​ເຫດ​ຄື​:


ຄວາມ​ດັນ​ເລືອດ​ສູງ​ ເລືອດ​ໄຫຼ​ວຽນ​ບໍ່​ສະ​ດວກ​ ແຂນ​ຂາ​ຊາ​ ກ້າມ​ເນື້ອອ່ອນ​ແຮງ​ເພາະ​ຫຼອດ​ເລືອດ​ສົກກະປົກ​ ເຮັດໃຫ້​ຊ່ອງ​ທາງ​ການ​ແລ່ນ​ຂອງ​ເລືອດ​ແຄບ​ລົງ​ ປາຍ​ເຫດ​ ຄື​ ການ​ຊັອກ​ ໝົດ​ສະຕິ​ ອຳມະ​ພາດ​ ຫົວ​ໃຈ​ວາຍເສັ້ນ​ເລືອດ​ຝອຍ​ຕີບ​ຕັນ​ນັ້ນ​ຕົ້ນ​ເຫດ​ແທ້ໆ​ ເກີດ​ຈາກ​ການ​ກິນ​ອາຫານ​ປະ​ເພດ​ໄຂ​ມັນ​ ຂອງ​ຫວານ​ ການ​ສະ​ການສະສົມສານພິດຕ່າງໆ


ແບບ​ບໍ່​ຮູ້​ຕົວ​ກາຍ​ເປັນ​ຂີ້ເຫຍື້ອ​ພິດ​ໃນ​ຮ່າງກາຍ​ ຫາກ​ເຮົາ​ຍັງ​ກິນ​ຢູ່​ໃຊ້​ຊີວິດ​ແບບ​ປະ​ມາດ​ ອາດ​ເຮັດໃຫ້​ເກີດ​ພະຍາດ​ຕ່າງ​ໆ​ ຢ່າງ​ຮຸນແຣງ​ໄດ້​ແບບ​ຄາດ​ບໍ່​ເຖິງ​ ມາ​ປ້ອງ​ກັນ​ໄວ້​ກ່ອນ​ດີກວ່າ​ ດ້ວຍ​ວິທີ​ລ້າງ​ເສັ້ນ​ເລືອດ​ຝອຍ​ໃຫ້​ສະ​ອາດ​ແບບ​ທຳມະຊາດ​ບຳ​ບັດ​ທີ່​ເຮົາ​ນຳ​ມາ​ຝາກ​​ ເລີກ​ທໍລະ​ມານ​ກັບ​ອາການ​ປວດ​ທ້ອງ​ປະຈຳ​ເດືອນ​​!!


+ ສ່ວນ​ປະສົມ:​
– ອ້ອຍ​ດຳ​ ຫຼື ​ອ້ອຍ​ແດງ​ 7 ຂໍ້​ (ນັບ​ຕາມ​ຂໍ້​ທີ່​ນູນ​ອອກ​ມາ​)
– ໃບ​ເຕີຍ​ 3 ໃໃບ


ໝາຍ​ເຫດ​: ອ້ອຍ​ດຳ​ ຫຼື ອ້ອຍ​ແດງ​ ບໍ່​ແມ່ນ​ອ້ອຍ​ທີ່​ນຳ​ມາ​ຫີບ​ນ້ຳ​ຕານ​ ຫຼື ອ້ອຍ​ລຳ​ຂຽວ​ໆ​ ທີ່​ຄັ້ນ​ນ້ຳ​ອ້ອຍ​ຂາຍ​ທົ່ວ​ໄປ​ ອ້ອຍ​ດຳ​ ຫຼື​ ອ້ອຍ​ແດງ​ ເປັນ​ລຳ​ຕົ້ນ​ສີ​ແດງ​ເຂັ້ມ​ຈົນ​ດຳ​ ທີ່​ນິຍົມ​ກິນ​ກັນ​ແບບ​ອ້ອຍ​ຄວັ່ນ​ໃນ​ອະ​ດີດ​ ປະຈຸບັນ​​ນິຍົມ​ປູກ​ໄວ້​ໜ້າ​ບ້ານ​ເປັນ​ໄມ້​ມົງ​ຄົນ​ ຫາ​ມາ​ປູກ​ໄວ້​ຢູ່ບ້ານ​ໄດ້​ງ່າຍໆ​ ບໍ່​ບໍ່ເປືອງເນື້ອທີ່


+ ວິທີ​ເຮັດ​: ນຳ​ອ້ອຍ​ດຳ​ມາ​ລ້າງ​ໃຫ້​ສະ​ອາດ​ ບໍ່​ຕ້ອງ​ປອກ​ເປືອກ​ ສັບ​ເປັນ​ທ່ອນ​ໆ​ ໃຊ້​ທັງ​ປ້ອງ​ທັງໝົດ​ຂໍ້​ 7 ຂໍ້​ ຜ່າ​ເປັນ​ຊິ້ນ​ນ້ອຍ​ໆ​ ຫຼື ​ຈະ​ທຸບ​ ຕຳ​ໃຫ້​ຂໍ້​ແຕກ​ແລ້ວ​ແຕ່​ຄວາມສະ​ດວກ​ ຕື່ມ​ນ້ຳ​ສະ​ອາດ​ພໍ​ທ່ວມ​ອ້ອຍ​ ໃບ​ເຕີຍ​ 3 ໃບ​ລ້າງ​ບິດ​ຍ້ອງໃຫ້​ຊ້ຳ​ ແລ້ວ​ໃຊ້​ມີດຕັດ ຫຼື ​ມີດ​ຊອຍ​ເປັນ​ຊິ້ນ​ນ້ອຍ​ໆ​ ໃສ່​ລົງ​ໄປ​ ພໍ​ນ້ຳ​ເດືອດ​ ຫຼຸດ​ໄຟ​ລົງ​ປານ​ກາງ​ ຄ່ຽວ​ຕໍ່​ອີກ​ປະ​ມານ​ 30 ນາ​ທີ​ ຫ້າມ​ໃສ່​ນ້ຳ​ຕານ​ໂດຍ​ເດັດ​ຂາດ​ ສູດ​ນີ້​ປ້ອງ​ກັນ​ອຳມະ​ພຶກ​ ອຳມະອຳມະພາດໄດ້ດີ


+ ແກ້​ອາການ​ຕົກ​ຂາວ​ ເຊື້ອ​ລາ​ໃນ​ຊ່ອງຄອດ​ ມີກິ່ນ​ເໝັນ​ ດ້ວຍ​ສິ່ງ​ນີ້​:
ເມື່ອ​ເຮັດ​ສຳເລັດ​ແລ້ວ​ ນ້ຳ​ທີ່​ໄດ້​ຈະ​ມີລົດຊາດ​ຫວານ​ນ້ອຍໆ​ຈາກ​ອ້ອຍ​ ມີກິ່ນ​ຫອມ​ຈາກ​ໃບ​ເຕີຍ​ ຈະ​ດື່ມ​ແບບ​ອຸ່ນ​ຫຼືເຢັນ​ແລ້ວ​ແຕ່ ດື່ມ​ໄດ້​ເລື່ອຍ​ໆ​ ທັງ​ຮ້ອນ​ ທັງ​ເຢັນ​ ຕາມ​ຊອບ​ ໃຫ້​ດື່ມ​ເລື້ອຍໆ​ ຕິດ​ຕໍ່​ກັນ​ ປະ​ມານ​ 7-10 ມື້​ ຫຼື​ຈົນ​ກວ່າ​ຈະ​ຮູ້ສຶກ​ຕົວ​ເບົາ​ໂລ່ງ​ສະບາຍ​ ຫຼື ​ຄວາມ​ດັນ​ເລືອດ​ຫຼຸດລົງ​ ເມື່ອ​ຮູ້ສຶກ​ອຶດ​ອັດ​ໃຫ້​ເຮັດ​ກິນ​ໃໝ່​ອີກ​ບໍ່​ມີ​ໂທດ​ໃດ​ໆ​


+ ສັບ​ພະຄຸນ​ທາງ​ຢາຂອງ​ ອ້ອຍ​ດຳ:ອ້ອຍ​ແດງ​: ຊື່​ອື່ນ​ ອ້ອຍ​ດຳ​ /ອ້ອຍ​ຕາ​ແດງ​ /ອ້ອຍ​ຂົມ​ / Sugar Cane
-ເປືອກ​ຕົ້ນ​: ລົດຊາດ​ຫວານ​ຂົມ​ ແກ້​ແຜ​ເນົ່າ​ເປື່ອຍ​ ລຳ​ຕົ້ນ​ ກັບ​ ນ້ຳ​ອ້ອຍ​ ລົດ​ຊາດຫວານ​ຂົມ​ຊຸ່ມ​ ແກ້​ຮ້ອນ​ໃນ​ ຂັບ​ຍ່ຽວ​ ຂັບຂີ້ກະເທິ​ ແກ້​ຫືດ​ໄອ​ ແກ້​ອາການປວດຮາກ​ ແກ້​ໄຂ້​ ແກ້​ຍ່ຽວ​ພິ​ການ​ ຂັບໜິ່ວ​ ແກ້​ຊ້ຳ​​ ແກ້​ທ້ອງ​ຜູກ​ ບຳ​ລຸງ​ກະເພາະ​ອາຫານ​ ແກ້​ຂັດ​ເບົາ​ ບຳລຸງ​ທາດ​ ແກ້ແກ້ສະເອິ


+ ໃບ​ເຕີຍ​ ຫຼື ເຕີຍ​ຫອມ​:
-ໃບ​ເຕີຍ​: ລົດ​ຊາດຫວານ​ຫອມ​ເຢັນ​ ບຳ​ລຸງ​ຫົວ​ໃຈ​ ດັບ​ພິດ​ໄຂ້​ ຊູ​ກຳ​ລັງ​ ກິ່ນ​ຂອງ​ໃບ​ເຕີຍ​ເຮັດໃຫ້​ສົດ​ຊື່ນ​ແຈ່ມ​ໃສ​…

Author: PP

Leave a Reply

Your email address will not be published. Required fields are marked *