ຊົມເຊີຍ..!! ຊາວໜຸ່ມອາສະໝັກເມືອງພູວົງ ຊ່ວຍກັນປຸກສ້າງເຮຶອນຢູ່ໃຫ້ປະຊາຊົນຜູ້ທຸກຍາກ

ເພື່ອເປັນການສ້າງຂະບວນການ ແລະ ຜົນງານ ຕ້ອນຮັບວັນສໍາຄັນຕ່າງໆຂອງພັກ, ຂອງຊາດ​ ກໍຄືວັນສ້າງຕັ້ງຊາວ​ໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ,​ ຊາວ​ໜຸ່ມອາສາສະໝັກ ເມືອງພູວົງ ແຂວງອັດຕະປື ໄດ້ຮ່ວມແຮງຮ່ວມໃຈກັນຊ່ວຍປຸກສ້າງເຮືອນໃຫ້ປະຊາຊົນຜູ້ທຸກ​ຍາກອານາຖາ ທີ່ບ້ານລະມອງ ເມືອງພູວົງ.​


ທ່ານນາງ ສຸກສະຫັວນ ໄຊຍະບຸນຮາຍ ເລຂາຄະນະບໍລິ ຫານງານຊາວໜຸ່ມ ເມືອງພູວົງ ໄດ້ໃຫ້ລາຍລະອຽດວ່າ: ການ​ທີ່ຊາວໜຸ່ມອາສາສະໝັກພາຍໃນເມືອງພູວົງ ໄດ້ພ້ອມໃຈກັນ ປຸກສ້າງເຮືອນຢູ່ໃຫ້ປະຊາຊົນຜູ້ທຸກຍາກອານາຖາ ຢູ່ບ້ານລະມອງຄັ້ງນີ ກໍເພື່ອເປັນການສ້າງຂະບວນການ ແລະ ຜົນງານ ຕ້ອນຮັບວັນສໍາຄັນຕ່າງທ ຂອງພັກ-ຂອງຊາດ ກໍ່ຄືຕ້ອນຮັບວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ, ທັງເປັນການປະຕິບັດຕາມແຜນນະ​ໂຍບາຍຂອງພັກ ກໍຄຶແຜນພັດທະນາວຽກງານຂອງຊາວໜຸ່ມເມືອງພູວົງ ໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້.


ການປຸກສ້າງເຮືອນຢູ່ໃຫ້ປະຊາຊົນຜູ້ທຸກຍາກອານາຖາ ຄັ້ງນີ້ ໄດ້ເລີ່ມຂື້ນໃນວັນທີ 5 ເມສາ 2021 ເຊິ່ງຊາວໜຸ່ມອາ​ສາ​ສະໝັກເມືອງພູວົງ ໄດ້ຮ່ວມກັນລົງມືປຸກສ້າງເຮືອນ ຈຳ ນວນ 2 ຫລັງ,ມີມູນຄ່າ 30 ກ່ວາລ້ານກີບ, ເປັນເຮືອນໄມ້ຊັ້ນດຽວ, ມຸງດ້ວຍສັງກະສີ, ຝາແອ້ມແປ້ນ ແລະ ປູພື້ນດ້ວຍແປ້ນ ໂດຍແມ່ນທຶນສົມ​ທົບຈາກພໍ່ແມ່ປະຊາຊົນ,ນັກທຸລະກິດ, ຫ້າງຮ້ານ ແລະ ສະມາຊິກຊາວໜຸ່ມໃນທົ່ວແຂວງອັດຕະປື.

Author: PP

Leave a Reply

Your email address will not be published. Required fields are marked *