
ແມ່ເຈົ້າບ່າວຊ໋ອກ ລູກສະໃພ້ ແມ່ນລູກສາວທີ່ຫາຍຕົວໄປເມື່ອ 20ປີກ່ອນ
ໃນຊີວິດຈິງຂອງຄົນເຮົາມັກພົບກັບເລື່ອງທີ່ຊ໋ອກ ແລະ ພິກຫັກມຸມຫຼາຍຢ່າງ ຈະມີຈັກຄົນທີ່ພົບຄືກັບເລື່ອງນີ້ ແບບວ່າແອດມິນກໍອຶ້ງໄປຄືກັນ ວ່າຄວາມຈິງໃນມື້ວັນພິເສດ ໃຜຈະໄປຮູ້ໄດ້ວ່າ ລູກສະໃພ້ຈະກາຍມາເປັນລູກສາວແທ້ຂອງຕົວເອງ ທີ່ຫາຍໂຕໄປແຕ່ຍັງນ້ອຍ ເລື່ອງຈິງຍິ່ງກວ່ານິຍາຍ.
ເຫດການນີ້ໄດ້ເກີດຂຶ້ນທີ່ເມືອງຊູໂຈ ມົນທົນຈຽງຊູ ປະເທດຈີນ ໃນລະຫວ່າງພິທີງານແຕ່ງໃນວັນທີ່ 31ມີນາ2021 ທີ່ຜ່ານມາ. ເລີ່ມຕົ້ນມາຈາກແມ່ເຈົ້າບ່າວມາຮ່ວມພິທີສົມລົດຂອງລູກຊາຍ ແຕ່ວ່າຜູ້ເປັນແມ່ໄດ້ໄປສັງເກດເຫັນປານ ຢູ່ເທິງມືຂອງລູກໃພ້ ທັນໃດນັ້ນຜູ້ເປັນແມ່ກໍຄິດອອກວ່າມັນຄ້າຍກັບປານທີ່ລູກສາວຂອງຕົນເອງທີ່ເຄີຍຫາຍໂຕໄປເມື່ອນານມາແລ້ວ ດ້ວຍຄວາມສົງໄສ ລາວຄິດວ່າອາດເປັນລູກສາວທີ່ເຄຍຫາຍໂຕໄປກໍເປັນໄດ້ ລາວຈິ່ງໄດ້ຖາມດ້ວຍຄວາມຕື່ນເຕັ້ນກັບພໍ່ແມ່ຂອງຝ່າຍເຈົ້າສາວວ່າ “ເຈົ້າຮັບລູກຄົນນີ້ມາລ້ຽງຫຼືບໍ່ “
ທາງຝັ່ງຄອບຄົວເຈົ້າສາວເມື່ອໄດ້ຍິນກໍຕົກໃຈ ລະຊ໋ອກໄປ ເພາະມັນແມ່ນຄວາມລັບສຸດຍອດທີ່ບໍ່ເຄຍມີໃຜຮູ້ມາກ່ອນ ແລະສຸດທ້າຍພໍ່ແມ່ເຈົ້າສາວກໍໄດ້ບອກຄວາມຈິງວ່າລູກສາວຄົນນີ້ແມ່ນໄດ້ຮັບມາລ້ຽງແລະເປັນຕາມທີ່ແມ່ເຈົ້າບ່າວຖາມ. ຂໍ້ມູນຈາກຄອບຄົວເຈົ້າສາວໃຫ້ຮູ້ວ່າ ໄດ້ຮັບລູກສາວຄົນນີ້ມາລ້ຽງຫຼັງພົບຕົວຢູ່ຂ້າງຖະໜົນເມື່ອປະມານ 20ປີກ່ອນ.
ສ່ວນແມ່ຜູ້ໃຫ້ກຳເນີດນັ້ນກໍໃຊ້ເວລາອອກຕາມຫາລູກສາວ (ເຈົ້າສາວ) ທີ່ຫາຍໄປມານານຫຼາຍປີຈົນທໍ້ແລະຖອດໃຈໄປແລ້ວ ເລີຍຕັດສິນໃຈຮັບເອົາເດັກຊາຍມາລ້ຽງແທນ (ເຈົ້າບ່າວ)
ຢ່າງໃດກໍດີ ແມ່ຂອງຝ່າຍເຈົ້າບ່າວກໍບໍ່ໄດ້ມີບັນຫາຫຍັງກັບການແຕ່ງງານຂອງລູກທັງສອງໃນຄັ້ງນີ້ ເນື່ອງຈາກເຈົ້າສາວເປັນລູກສາວແທ້ໆ ສ່ວນລູກຊາຍກໍເປັນລູກທີ່ອຸປະຖຳມາ ບໍ່ໄດ້ມີສາຍເລືອດດຽວກັນແຕ່ຢ່າງໃດ.
ເຈົ້າສາວໄດ້ກ່າວໃນງານວ່າການທີ່ພົບແມ່ຜູ້ໃຫ້ກຳເນີດເປັນໂອກາດທີ່ໜ້າຍິນດີຍິ່ງກວ່າການແຕ່ງງານອີກ.