
ສູດດິນປູກປະສົມເອງໄດ້ງ່າຍດິນດີປູກຫຍັງກະງາມ
ການມີດິນປູກທີ່ດີຖືວ່າເປັນອີກໜຶ່ງຄວາມຕ້ອງການອັນດັບຕົ້ນໆຂອງກະເສດເລີຍກໍ່ວ່າໄດ້ ທີ່ຈະມີດິນດີເອົາໄວ້ປູກຫຍັງກະງາມໄປພົບກັນສູດການປະສົມດິນປູກດ້ວຍຕົນເອງແບບງ່າຍໆ ຈຶ່ງນຳສູດນີ້ມາໃຫ້ທຸກທ່ານໄດ້ລອງເຮັດເບິ່ງວ່າໄດ້ຜົນດີແທ້ຫຼືບໍ່
+ ສ່ວນປະສົມ
– ຂຸຍໝາກພ້າວ
– ປຸ໋ຍໝັກ
– ດິນຮ່ວນ
– ນໍ້າໝັກ ( ຖ້າມີ )
+ ວິທີເຮັດ
– ນຳຂຸຍໝາກພ້າວ 1 ສ່ວນ ໃສ່ໃນອ່າງປະສົມ
– ໃສ່ປຸ໋ຍໝັກຕາມລົງໄປອີກ1 ສ່ວນ ໂດຍຖ້າບໍ່ມີປຸ໋ຍມັກສາມາດໃຊ້ແກບດິບຫຼືປຸ໋ຍມູນຂີ້ກະເດືອນກໍ່ໄດ້
– ຈາກນັ້ນໃສ່ດິນຮ່ວນ 2 ສ່ວນ ແລ້ວນຳສ່ວນປະສົມທັງໝົດຄົນໃຫ້ເຂົ້າກັນ– ເມື່ອປະສົມສຳເລັດແລ້ວໃຫ້ລອງເບິ່ງຄວາມຊຸ່ມຂອງດິນໃໝ່ ຖ້າດິນມີຄວາມຊຸ່ມພໍເມື່ອກຳດິນຂຶ້ນມາຈະປັ້ນໄດ້
ເປັນກ້ອນບໍ່ແຕກອອກ ຖ້າດິນແຫ້ງບໍ່ມີຄວາມຊຸ່ມກໍ່ຫົດນໍ້າຕາມລົງໄປ– ຈາກນັ້ນຫາກທ່ານໃດມີນໍ້າໝັກກໍ່ສາມາດໃສ່ໄດ້ເລີຍຊໍ້ານີ້ກໍ່ສຳເລັດແລ້ວ
+ ວິທີໃຊ້
ນຳໝາກພ້າວທີ່ຊອຍແລ້ວມາຮອງກົ້ນກະຖັງສາກ່ອນແລ້ວຄ່ອຍໃຊ້ດິນທີ່ປະສົມແລ້ວລົງໄປ ຈາກນັ້ນນຳພືດທີ່ຕ້ອງການມາປູກຫົດນໍ້າໃຫ້ເໝາະສົມ
ງ່າຍຫຼາຍເຮັດບໍ່ຫຼາຍຂັ້ນຕອນກໍ່ໄດ້ດິນທີ່ອຸດົມໄປດ້ວຍແຮ່ຣາຕຸສາມາດໃຊ້ປູກກັບພືດໄດ້ທົ່ວໄປທຸກຊະນິດ ເຮັດງ່າຍປະສົມເອງໄດ້ທີ່ບ້ານບໍ່ຕ້ອງໄປຊື້ໃຫ້ເສຍເງິນ