ຢູ່ຍີ່ປຸ່ນ​ ພົບປາມຶກຍັກຂະໜາດໃຫຍ່ຕາຍແຄມຝັ່ງ​ ໜັກ​ 170​ ກິໂລ

ຍີ່ປຸ່ນ​ ພົບປະມຶກຂະໜາດໃຫຍ່ຕາຍແຄມຝັ່ງ​ ໜັກ​ 170​ ກິໂລໃນວັນທີ​ 28​ ມັງກອນ​ 2021​ ຜ່ານມາ​ ພິພິຕະພັນສັດນ້ຳຊິມານະ ເມືອງຮາມາດະ,​ ແຂວງຊິມາເນະ ຊາວ


ປະມົງພົບປາມຶກຂະໜາດໃຫຍ່ ຄວາມຍາວ​ 4,1 ແມັດ,​ ນ້ຳໜັກ​ 170​ ກິໂລ​ ຕາຍແຄມຝັ່ງ.ຜູ້ຊ່ຽວຊານດ້ານປະມົງຂອງຍີ່ປຸ່ນ ລະບຸວ່າ: ການມາຕາຍແຄມຝັ່ງຂອງມຶກຍັກ


ນີ້ ອາດເປັນເພາະກະແສນ້ຳພັດແຮງ,​ ມີການປ່ຽນແປງເລື່ອງກະແສນ້ຳໃນທະເລເລິກ ເພາະເປັນເລື່ອງຍາກຫຼາຍທີ່ຈະພົບເຫັນເຫດການລັກສະນະນີ້​ ເພາະປາມຶກອາໄສໃນທະເລ


ເລິກ ປະມານ​ 600​ ແມັດ.​ ທັງນີ້,​ ຊາກປາມຶກດັ່ງກ່າວໄດ້ເກັບໄວ້ໃນພິພິຕະພັນ ແລະ​ ວິໄຈ

 

Author: PP

Leave a Reply

Your email address will not be published. Required fields are marked *