
ທ່ານຮູ້ບໍ່ວ່າພືດຜັກທີ່ຢູ່ອ້ອມຂ້າງທ່ານມີສັບພະຄຸນຫຼາຍຢ່າງທີ່ທ່ານອາດຄາດບໍ່ເຖິງ ດັ່ງຜັກຕໍານິນທີ່ບອກເລີຍວ່າປູກງ່າຍ ແລະ ເກີດງ່າຍ ຫຼາຍໆຄົວເຮືອນຄົງມີໄວ້ຢູ່ຕາມຮົ້ວເຮືອນຢ່າງແນ່ນອນ.
ຜັກຕໍານິນເປັນສະໝຸນໄພ, ຜັກທໍາມະຊາດ ທີ່ມີສັບພະຄຸນຫຼາກຫຼາຍຕໍ່ຮ່າງກາຍຂອງຄົນເຮົາ ໃນການແກ້ທ້ອງອືດ, ຂັບລົມ ບໍາລຸງສາຍຕາ, ປົວຫຼອດລົມອັກເສບ, ເບົາຫວານ ແກ້ແມງໄມ້ກັດຕອດ, ບໍາລຸງກະດູກ, ແຂ້ວ, ປ້ອງກັນມະເຮັງ, ຫຼຸດນໍ້າຕາໃນເລືອດ, ບໍາລຸງເລືອດ, ຫຼຸດໄຂ້ ຮັກສາບາດແຜ …
ທີ່ສໍາຄັນຮາກຂອງຜັກຕໍານິນສາມາດຊ່ວຍບໍາລຸງສາຍຕາ, ແກ້ອາການປວດແອວ, ຮັກສາ ແລະ ກະຊັບມົດລູກໃນສະຕີ ຜູ້ທີ່ມີລູກຍາກກໍຈະມີງ່າຍຂຶ້ນ, ແກ້ການເສື່ອມທາງສະມັດຕະພາບທາງເພດຂອງຜູ້ຊາຍ, ປັບອາລົມ ແລະ ຈິດໃຈໃຫ້ສະໝໍ່າສະເໝີບໍ່ງຸດງິດງ່າຍ.
ໂອໂຫ້ ສັບພະຄຸນດີໆທັງນັ້ນ ເຊິ່ງນອກເຮົາຈະໃຊ້ຜັກຕໍານິນມາປຸງແຕ່ງອາຫານການກິນ ແລ້ວ ເຮົາກໍສາມາດປຸງແຕ່ງຮາກຂອງຜັກຕໍານິນມາເປັນຢາໄວ້ກິນເພື່ອບໍາລຸງຮ່າງກາຍເຮົາໄດ້ອີກ.
ໂດຍກຽມ ຮາກຕໍານິນ: ຕ້ອງເປັນຮາກຜັກຕໍານິນທີ່ຢູ່ໃຕ້ດິນ (ບໍ່ແມ່ນຮາກທີ່ເຫັນຢູ່ໜ້າດິນ) ຕົ້ນທີ່ມີອາຍຸຫຼາຍຮາກກໍຈະໃຫຍ່ຄ້າຍຄືຫົວໂສມ ແລະ ຍິ່ງອາຍຸຫຼາຍຍິ່ງແກ່ ຍິ່ງມີສັບພະຄຸນຫຼາຍ; ນໍ້າເຜິ້ງ ແລະ ເຫຼົ້າຂາວ ມາໄວ້ເພື່ອປຸງແຕ່ງ.
ວິທີການເຮັດ ທໍາອິດນໍາເອົາຮາກຕໍານິນມາຂູດເອົາຜິວທາງນອກອອກ ແລ້ວຕາກແດດໃຫ້ແຫ້ງ, ເມື່ອແຫ້ງແລ້ວຕ້ອງນໍາມາປຸງເລີຍຢ່າຄ້າງໄວ້ຫຼາຍມື້ ຫ້າມໃຫ້ຖືກຝົນເດັດຂາດເພາະຈະເກີດເຊື້ອລາ ແລະ ເສີຍສັບພະຄຸນແລ້ວກໍຈະໃຊ້ບໍ່ໄດ້.
ຈາກນັ້ນນໍາມາຊອຍເປັນທ່ອນໃສ່ໃນແກ້ວ, ຕຸກຫຍັງກໍໄດ້ທີ່ມີໃນບ້ານ … ໃສ່ໃຫ້ເຕັມແກ້ວເລີຍ ຕາມດ້ວຍເຫຼົ້າຂາວໃຫ້ເຕັມຕຸກ ແລະ ນໍ້າເຜີ້ງປະມານ 1 ບ່ວງແກງ (ບໍ່ຄວນໃສ່ຫຼາຍເພາະຈະເຮັດໃຫ້ລົດຊາດອອກມາພ້ຽນ, ແສບຄໍ ເກີດອາການປວດຮາກໄດ້) …
ແລ້ວກໍດອງໄວ້ປະມານ 45 ມື້ ເມື່ອຄົບກໍານົດແລ້ວກໍຈະມີກິ່່ນຫອມໂດຍບໍ່ມີກິ່ນເຫຼົ້າຂາວເລີຍ ຫຼັງຈາກນັ້ນສາມາດດື່ມກິນໄດ້ເລີຍ ສໍາລັບຜູ້ຍິງດື່ມ 1 ກືນ, ຜູ້ຊາຍດື່ມ 2 ກືນ ກ່ອນອາຫານເຊົ້າແລງ.