
ເພສ Vientiane-Vangvieng Express way ທາງດ່ວນ ວຽງຈັນ-ວັງວຽງ ໄດ້ມີການແຈ້ງການວ່າ: ໃນວັນທີ 12 ເມສາ 2021, ເວລາ19:34ນາທີ; ລົດກະບະສີຂາວ ປ້າຍລົດ ກມ 1987 ກຳແພງນະຄອນ ເຊິ່ງໄດ້ໃຊ້ບໍລິການຂອງທາງດ່ວນ ວຽງຈັນ-ວັງວຽງ,
ເຊິ່ງໃນຂະນະທີ່ຈະອອກຈາກສະຖານີນະຄອນຫລວງ ຜູ່ກ່ຽວໄດ້ຈ່າຍຄ່າຜ່ານທາງດ້ວຍລະບົບທະນາຄານໃຫ້ແກ່ພະນັກງານຂອງທາງດ່ວນ; ເຊິ່ງຄ່າຜ່ານທາງທີ່ຕ້ອງຈ່າຍຕົວຈິງໃຫ້ແກ່ທາງດ່ວນແມ່ນ 76.000 ກີບ, ແຕ່ຜູ່ກ່ຽວໄດ້ໂອນເງິນມາໃນຈຳນວນເງີນ 760.000ກີບ ເຊິ່ງເກີນຈໍານວນໄປ 684.000 ກີບ
ດັ່ງນັ້ນຈຶ່ງແຈ້ງຜ່ານທາງສື່ອອນລາຍເພື່ອຫວັງວ່າເຈົ້າຂອງລົດກະບະຄັນດັ່ງກ່າວຈະຮັບຊາບ ແລະ ຕິດຕໍ່ກັບມາທາງດ່ວນ ເພື່ອຮັບເງິນສ່ວນເກີນຄືນ.
ຕິດຕໍ່ກັບດ່ວນ ປ້າຍລົດກະບະສີຂາວ ປ້າຍລົດ ກມ 1987 ທີ່ຈ່າຍຄ່າທາງດ່ວນເກີນ ໃຫ້ມາຮັບເງິນທີ່ເກີນໄປຄືນ
ໂດຍ:ລູກຫຼານເມືອງພວນ